ອາເມລິກາຮຽກຮ້ອງບັນດາປະເທດປະຕິບັດທຸກຄຳສັ່ງລົງໂທດສປປ.ເກົາຫຼີ
(VOVWORLD) -ວັນທີ 15 ຕຸລາ, ອາເມລິກາ ຮຽກຮ້ອງການປະຕິບັດຄຳສັ່ງລົງໂທດຂອງສະຫະປະຊາຊາດ ຕໍ່ສປປ.ເກົາຫຼີ ຢ່າງຄົບຖ້ວນ ໃນຂະນະທີ່ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ພວມກະກຽມການປະຕິບັດແຜນການຫັນເປັນທັນສະໄໝ ແລະ ເຊື່ອມຕໍ່ບັນດາເສັ້ນທາງລົດໄຟ, ທາງບົກລຽບຕາມທິດຕາເວັນອອກ ແລະ ທິດຕາເວັນຕົກ.
ໃນແຈ້ງການ, ໂຄສົກກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ “ພວກຂ້າພະເຈົ້າຫວັງວ່າ, ບັນດາປະເທດສະມາຊິກຈະປະຕິບັດບັນດາຄຳສັ່ງລົງໂທດຂອງສະຫະປະຊາຊາດຢ່າງຄົບຖ້ວນ, ໃນນັ້ນມີທັງເລື່ອງຫ້າມສິນຄ້າບັນດາຂະແໜງຕາມມະຕິຂອງສະພາຄວາມໝັ້ນຄົງ. ພ້ອມທັງຫວັງວ່າ, ທຸກໆປະເທດຈະປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຂັ້ມງວດ ເພື່ອແນໃສ່ຢຸດຕິບັນດາໂຄງການນິວເຄຼຍ ແລະ ການພັດທະນາລູກສອນໄຟນຳວິຖີທີ່ຜິດກົດໝາຍ”.
ແລະກໍ່ໃນວັນດຽວກັນ, ກະຊວງການຕ່າງປະເທດອາເມລິກາ ໃຫ້ຮູ້ວ່າ, ທູດພິເສດຂອງປະທານາທິບໍດີອາເມລິກາ ກ່ຽວກັບບັນຫາສປປ.ເກົາຫຼີ Stephen Biegun ຈະໄປປະຕິບັດງານຢູ່ລັດເຊຍ, ຝລັ່ງ ແລະ ແບນຊິກ ເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2.