ອາເມລິກາແລະກູບາເຊື່ອຕໍ່ການພົວພັນໃນຂົງເຂດທະນາຄານຄືນໃໝ່
ທະນາຄານ Stonegate
(ພາບ:anninhthudo.vn)
(vovworld) – ວິວັດການຫັນການພົວພັນເປັນປົກກະຕິ, ປິດອະດີດຕະການໄວ້ ແລະ ມຸ່ງໄປສູ່ອະນາຄົດ ລະຫວ່າງ ອາເມລິກາ ແລະ ກູບາ ສືບຕໍ່ມີບາດກ້າວພັດທະນາສຳຄັນ. ວັນທີ 20/5, ທະນາຄານແຫ່ງໜຶ່ງຢູ່ລັດ Florida ໄດ້ເປີດບັນຊີທະນາຄານໃຫ້ລັດຖະບານ ກູບາ ຢູ່ ອາເມລິກາ. ການກະທຳນີ້ຊ່ວຍຍົກເລີກໜຶ່ງໃນບັນດາຮົ້ວກີດຂວາງໃຫຍ່ໃນເສັ້ນທາງຟື້ນຟູການພົວພັນລະຫວ່າງ ວໍຊິງຕັນ ແລະ ລາຮາວານ ພາຍຫຼັງກ່ວາເຄິ່ງສະຕະວັດເປັນປໍລະປັກ. ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທະນາຄານ Stonegate, ມີສຳນັກງານໃຫຍ່ຢູ່ Pompano Beach, Florida, ໄດ້ກາຍເປັນທະນາຄານແຫ່ງທຳອິດຢູ່ ອາເມລິກາ ເປີດບັນຊີຂອງລັດຖະບານ ກູບາ ແລະ ນັບແຕ່ນີ້ເປັນຕົ້ນໄປບັນດານັກການທູດ ກູບາ ສາມາດນຳໃຊ້ບັນດາບໍລິການທະນາຄານເປັນປົກປະຕິ.