ອາເມລິກາແລະສປປ.ເກົາຫຼີປຶກສາຫາລືວິທີການເຊື່ອມຕໍ່ການເຈລະຈາກັບສປປ.ເກົາຫຼີຄືນໃໝ່

(VOVWORLD) - ວັນທີ 30 ມັງກອນ, ສຳນັກຂ່າວສານ Yonhap ໃຫ້ຮູ້ວ່າ, ຫົວໜ້າຄະນະນັກເຈລະຈານິວເຄຼຍ 6 ຝ່າຍຂອງສ.ເກົາຫຼີ ແລະ ອາເມລິກາ ຈະມີການພົບປະຢູ່ນະຄອນຫຼວງເຊີອູນ, ປະເທດສ.ເກົາຫຼີ ໃນວັນທີ 05 ກຸມພາ ຈະມາເຖິງ.

ອາເມລິກາແລະສປປ.ເກົາຫຼີປຶກສາຫາລືວິທີການເຊື່ອມຕໍ່ການເຈລະຈາກັບສປປ.ເກົາຫຼີຄືນໃໝ່ - ảnh 1 ອາເມລິກາແລະສປປ.ເກົາຫຼີປຶກສາຫາລືວິທີການເຊື່ອມຕໍ່ການເຈລະຈາກັບສປປ.ເກົາຫຼີຄືນໃໝ່

(ພາບປະກອບ: Yonhap/TTXVN)

ເມື່ອຕອບສຳພາດຕໍ່ສື່ມວນຊົນ, ໂຄສົກກະຊວງການຕ່າງປະເທດສ.ເກົາຫຼີ ໄດ້ແຈ້ງວ່າ, ຕາມແຜນການດັ່ງກ່າວ, ທູດພິເສດຜູ້ຮັບຜິດຊອບບັນດາບັນຫາສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ, ທັງເປັນຫົວໜ້າຄະນະນັກເຈລະຈານິວເຄຼຍ 6 ຝ່າຍຂອງສ.ເກົາຫຼີ Lee Do hoon ຄາດວ່າ ຈະມີການເຈລະຈາກັບທູດພິເສດຜູ້ຮັບຜິດຊອບດ້ານນະໂຍບາຍກ່ຽວກັບສປປ.ເກົາຫຼີ ສັງກັດກະຊວງການຕ່າງປະເທດອາເມລິກາ Joseph Yun.  ທີ່ການເຈລະຈາ, 2 ຝ່າຍຄາດວ່າຈະສຸມໃສ່ປຶກສາຫາລືວິທີການແນໃສ່ເຊື່ອມຕໍ່ການເຈລະຈາລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ເມື່ອການເຈລະຈາປະຈຸບັນລະຫວ່າງ 2 ພາກເກົາຫຼີ ບັນລຸໄດ້ຄວາມຄືບໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ