(vovworld) - ທ່ານລັດຖະມົນຕີການຄ້າອາເມລິກາ ຫາກໍປະກາດຂໍ້ຕົກລົງສຸດທ້າຍໃນການສືບສວນຕ້ານການໜູນຊ່ວຍທີ່ມີຕໍ່ຜະລິດຕະພັນທໍ່ເຫຼັກກ້າທີ່ນຳເຂົ້າຈາກຫວຽດນາມ. ເຊິ່ງຕາມນັ້ນແລ້ວ, ຈະອະນຸຍາດໃຫ້ຊຳລະບ້ວງພາສີຕ້ານການໜູນຊ່ວຍສຳຫຼັບທໍ່ເຫຼັກກ້າ ຂອງຫວຽດນາມ ທີ່ນຳເຂົ້າຕະຫຼາດອາເມລິກາ ດ້ວຍພາສີສົ່ງອອກໜູນຊ່ວຍ 0%. ທ່ານລັດຖະມົນຕີໄດ້ຢືນຢັນວ່າ; ບໍ່ມີວິສາຫະກິດໃດໆໄດ້ຮັບບ້ວງເງິນໜູນຊ່ວຍຈາກລັດຖະບານຕາມລາຍການຄືຝ່າຍໂຈດກ່າວຫາ. ເພາະສະນັ້ນ, ບໍ່ມີການໜູນຊ່ວຍຕ້ານຢັນສຳຫຼັບບັນດານັກຜະລິດ, ສົ່ງອອກທໍ່ເຫຼັກກ້າຂອງຫວຽດນາມ. ກະຊວງການຄ້າອາເມລິກາ ໄດ້ຍົກເລີກທັງ 17/17 ລາຍການ, ນະໂຍບາຍທີ່ຖືກກ່າວຫາແມ່ນມີການໜູນຊ່ວຍ ສະນັ້ນຈະຢຸດຕິການສືບສວນຕ້ານການໜູນຊ່ວຍສຳລັບທໍ່ເຫຼັກກ້າຂອງຫວຽດນາມ.