ອາເມລິກາ ແລະ ສປປເກົາຫຼີ ບັນລຸໄດ້ບາດກ້າວໃນການເຈລະຈາ

ອາເມລິກາ ແລະ ສປປເກົາຫຼີ ບັນລຸໄດ້ບາດກ້າວໃນການເຈລະຈາ - ảnh 1
( ພາບປະກອບ )

( vovworld ) - ວັນ​ທີ 24/2, ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫຼີ ສິ້ນ​ສຸດການ​ເຈລະຈາ​ໃນ​ເວ​ລາ​ສອງ​ວັນຢູ່​ນະຄອນຫຼວງ​ປັກ​ກິ​ງ ( ຈີນ ). ກ່າວ​ຄຳ​ເຫ​ັນຕໍ່​ວົງ​ການ​ນັກ​ຂ່າວ, ທູດ​ຜິເສດອາ​ເມ​ລິ​ກາ​ຮັບ​ຜິດ​ຊອບກ່ຽວ​ກັບ​ນະ​ໂຍບາຍ​ຕໍ່ສປປ ​ເກົາຫຼີ, ທ່ານ Glyn Davies ​ໃຫ້​ຮູ້​ວ່າ ການ​ເຈ​ລະ​ຈາ​ໄດ້​ສຸ້ມ​ໃສ່​​ບັນດາ​ເນື້ອ​ໃນ​ບໍ່​​ແຜ່​ຂະຫຍາຍອາວຸດ​ນິວ​ເຄຼີຍ, ຄວາມ​ຕ້ອງການ​ຊ່ວຍ​ເຫຼືອ​ທັນ​ຍາ​ຫານ​ຂອງ​ພຽງ​ຢາງ ​ແລະ ບັນດາ​ບັນຫາ​ອື່ນ​ອີກ. ທ່ານ Davies ​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ເຖິງ​ແມ່ນ​ວ່າ​ບໍ່​ບັນລຸ​ໄດ້​ບາດກ້າວ​ບຸກທະລຸກໍ​ຕາມ ​ແຕ່​ສອງ​ຝ່າຍ​ບັນລຸ​ໄດ້​ບັນດາ​ຄວາມກ້າວໜ້າ. ກ່ຽວ​ກັບ​ການ​ເຈລະຈາ​ຄັ້ງ​ຕໍ່​ໄປ, ທູດ​ຜິ​ເສດ Davies ​ໃຫ້​ຮູ້​ວ່າ, ວັນ​ເວລາ​​ຍັງ​ບໍ່​ທັນ​ກຳນົດ​ເທື່ອ, ​ແຕ່​ຝ່າຍ​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ຜ່ານ​ຫ້ອງການ​ຂອງ​ສປປ ​ເກົາຫຼີ ປະຈຳສະຫະ​ປະຊາ​ຊາດ.
ຂ່າວ/ບົດ​ອື່ນ