(vovworld) - ວັນທີ 12/7, ບັນດາກຳລັງການເມືອງຢູ່ ລີບີ ໄດ້ເຊັນກວດຂໍ້ຕົກລົງສັນຕິພາບໂດຍສະຫະປະຊາຊາດສະເໜີເພື່ອສ້າງຕັ້ງລັດຖະບານສາມັກຄີຊົນຊາດ ແລະ ຢຸດຕິການປະທະກັນຢູ່ປະເທດອາຟະລິກາເໜືອນີ້. ທູດພິເສດສະຫະປະຊາຊາດທ່ານ Bernardino Leon ຖືວ່າ, ນີ້ແມ່ນບາດກ້າວສຳຄັນຢ່າງແທ້ຈິງບົນເສັ້ນທາງມຸ່ງໄປສູ່ສັນຕິພາບ. ຂໍ້ຕົກລົງການເມືອງໂດຍສະຫະປະຊາຊາດ ອຸປະຖຳ ໄດ້ຮັບການສະໜັບສະໜູນຈາກສະພາແຫ່ງຊາດລີບີ ກໍ່ຄືການນຳບັນດາພັກການເມືອງ, ບັນດາທ້ອງຖີ່ນ ແລະ ອົງການຈັດຕັ້ງສັງຄົມພົນລະເຮືອນ.