ຮົ່ງກົງ (ຈີນ) ຍົກເລີກຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມຊາດຢ່າງເປັນທາງການ

(VOVWORLD) - ວັນທີ 23 ຕຸລາ, ທີ່ກອງປະຊຸມຂອງສະພານິຕິບັນຍັດ, ທ່ານ ຫຼີຢາຈາວ ຫົວໜ້າກົມຮັບປະກັນຄວາມໝັ້ນຄົງເຂດປົກຄອງພິເສດ ຮົ່ງກົງ (ຈີນ) ຖະແຫຼງຍົກເລີກຮ່າງກົດໝາຍປັບປຸງ “ມາດຕາແລກປ່ຽນອາດຊະຍາກອນທີ່ຫລົບໜີ” (ຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມຊາດ) ຢ່າງເປັນທາງການ.

  ທ່ານ ຫຼີຢາຈາວ ໃຫ້ຮູ້ວ່າ: ເພື່ອເຮັດແຈ້ງຫຼັກໝັ້ນຂອງອຳນາດການປົກຄອງເຂດພິເສດກ່ຽວກັບການປັບປຸງຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມຊາດ, ທ່ານ ຫຼີຢາຈາວ ໄດ້ຖະແຫຼງຍົກເລີກຮ່າງກົດໝາຍສະບັບປັບປຸງນີ້ຢ່າງເປັນທາງການ.

ຮົ່ງກົງ (ຈີນ) ຍົກເລີກຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມຊາດຢ່າງເປັນທາງການ - ảnh 1ຜູ້ແຫ່ຂະບວນປະທ້ວງຍັງສືບຕໍ່ຮຽກຮ້ອງໃຫ້ອຳນາດການປົກຄອງປະຕິບັດບັນດາຄຳຮຽກຮ້ອງອື່ນ (ພາບ: AFP/TTXVN)

        ບັນດາການແຫ່ຂະບວນປະທ້ວງເກີດຂຶ້ນຢູ່ ຮົ່ງກົງ ນັບແຕ່ເດືອນ ມິຖຸນາ ມາຮອດປັດຈຸບັນ ແມ່ນແນໃສ່ຄັດຄ້ານຮ່າງກົດໝາຍສົ່ງຜູ້ຮ້າຍຂ້າມຊາດ ທີ່ອະນຸຍາດໃຫ້ສົ່ງຕົວການໄປຍັງປະເທດມີອຳນາດສານ ທີ່ຍັງບໍ່ທັນມີສົນທິສັນຍາສົ່ງຜູ້ຮ້າຍຂ້າມຊາດກັບ ຮົ່ງກົງ. ເຖິງວ່າຫົວໜ້າເຂດບໍລິຫານພິເສດ ຮົ່ງກົງ ທ່ານນາງ ລີ໊ນເຈີງເຢອົວ ໄດ້ປະກາດຍົກເລີກຮ່າງກົດໝາຍນີ້ກໍ່ຕາມ ແຕ່ຜູ້ແຫ່ຂະບວນປະທ້ວງຍັງສືບຕໍ່ຮຽກຮ້ອງໃຫ້ອຳນາດການປົກຄອງນີ້ ປະຕິບັດບັນດາຄຳຮຽກຮ້ອງອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ