(vovworld) - ວັນທີ 13/8, ຢູ່ນະຄອນໂຮ່ຈິມິນ, ກະຊວງສາທາລະນະສຸກສົມທົບກັບປະກັນສັງຄົມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາຮັບເອົາຄວາມເຫັນກ່ຽວກັບການສ້າງແຜນຮ່າງປະຕິບັດຂັ້ນຕອນກ້າວໄປເຖິງການປະກັນສຸຂະພາບທົ່ວປວງຊົນໄລຍະ 2012 – 2015 ແລະ ຮອດປີ 2020 ຢູ່ເຂດພາກໃຕ້. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຍົກອອກບັນດາມາດຕະການລວມ ແລະ ໝວດມາດຕະການແກ້ໄຂຢ່າງລະອຽດຕາມແຕ່ລະເປົ້າໝາຍ, ເພື່ອປະຕິບັດຈຸດໝາຍລວມແມ່ນຮອດປີ 2015 ມີກວ່າ 75% ຈຳນວນພົນລະເມືອງ ແລະ ປີ 2020 ມີກວ່າ 90% ຈຳນວນພົນລະເມືອງເຂົ້າຮ່ວມປະກັນສຸຂະພາບ, ມຸ່ງໄປເຖິງຈຸດໝາຍປະກັນສຸຂະພາບທົ່ວປວງຊົນ, ປະກອບສ່ວນສ້າງແຫຼ່ງການເງິນຢ່າງໝັ້ນຄົງໃຫ້ແກ່ວຽກງານເບິ່ງແຍງດູແລສຸຂະພາບຕາມທິດຍຸດຕິທຳ, ມີປະສິດທິຜົນ, ຄຸນນະພາບ ແລະ ພັດທະນາ.
ພາຍຫຼັງເກືອບ 20 ປີແຫ່ງການປະຕິບັດນະໂຍບາຍກົດໝາຍກ່ຽວກັບການປະກັນສຸຂະພາບ ແລະ 3 ປີແຫ່ງການປະຕິບັດກົດໝາຍວ່າດ້ວຍປະກັນສຸຂະພາບ, ໄລ່ມາຮອດທ້າຍປີ 2011, ໄດ້ມີເກືອບ 56 ລ້ານຄົນເຂົ້າຮ່ວມການປະກັນສຸຂະພາບ (ກວມເກືອບ 64% ຈຳນວນພົນລະເມືອງ), ໃນນັ້ນຜູ້ທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍສັງຄົມເຊິ່ງລັດໜູນຊ່ວຍຄ່າປະກັນສຸຂະພາບທັງໝົດ.