ຮີບເຮັ່ງ​ສ້າງ​ລະ​ບຽບ​ການ​ລົງ​ທຶ​ນ​ບັນ​ດາ​​ກິດ​ຈະ​ກຳ​ຂຶ້ນ​ກັບ​​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃຫ້​ສ​ຳ​ເລັດ​ໂດຍ​ໄວ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຫາກໍ່ລົງນາມເອກະສານທາງການຮຽກຮ້ອງການກວດຄືນບັນຊີລາຍຊື່ ແລະ ຮີບເຮັ່ງປະຕິບັດລະບຽບການລົງທຶນບັນດາກິດຈະກຳຂຶ້ນກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຢ່າງຂຽດຂາດ. ທ່ານ
ຮີບເຮັ່ງ​ສ້າງ​ລະ​ບຽບ​ການ​ລົງ​ທຶ​ນ​ບັນ​ດາ​​ກິດ​ຈະ​ກຳ​ຂຶ້ນ​ກັບ​​ໂຄງ​ການ​ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ໃຫ້​ສ​ຳ​ເລັດ​ໂດຍ​ໄວ - ảnh 1ພາບປະກອບ: TTXVN

ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າບັນດາອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນຂຶ້ນກັບສູນກາງ ອີງຕາມການຄາດຄະເນບັນຊີລາຍການ ແລະ ລະດັບທຶນສຳລັບແຕ່ລະໜ້າທີ່, ໂຄງການໃນແຕ່ລະຂະແໜງ, ຂົງເຂດທີ່ຂຶ້ນກັບໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຮີບເຮັ່ງຜັນຂະຫຍາຍ, ປະຕິບັດລະບຽບການລົງທຶນໂດຍໄວ, ຮັບປະກັນໃຫ້ຖືກຕ້ອງກັບວັນເວລາຕາມຄວາມຮຽກຮ້ອງ. ໄປຄຽງຄູ່ກັນນັ້ນ, ກໍ່ສືບຕໍ່ກວດກາຄືນຢ່າງລະອຽດ, ຫຼຸດຜ່ອນຈຳນວນໂຄງການທີ່ບໍ່ມີຄວາມຈຳເປັນຢ່າງແທ້ຈິງ, ຮີບເຮັ່ງ, ບໍ່ມີປະສິດທິຜົນ ເພື່ອຮັບປະກັນການແຈກຢາຍທຶນທີ່ມີຈຸດສຸມ; ໃຫ້ບຸລິມະສິດສຸມໃສ່ທຶນໃຫ້ບັນດາໂຄງການສຳຄັນ, ຈຳເປັນ, ມີຜົນກະທົບແຜ່ກະຈາຍໂດຍໄວ, ມີຄວາມສາມາດປ່ອຍທຶນໂດຍໄວ ແລະ ນຳໃຊ້ເຂົ້າພື້ນຖານເສດຖະກິດຢ່າງທັນທີ…, ຮັບປະກັນຄວາມຄືບໜ້າໃນການຜັນຂະຫຍາຍການປະຕິບັດລະບຽບການລົງທຶນທີ່ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ແລະ ປະສິດທິຜົນໃນການລົງທຶນຂອງໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ