ຮ່ວມແຮງຮ່ວມໃຈ ແກ້ໄຂຜົນຮ້າຍ ຢ້ອນຫຼັງລູກລະເບີດທີ່ ຍັງບໍ່ທັນແຕກ ພາຍຫຼັງສົງຄາມ
ການໂອ້ລົມສົນທະນາທີ່ມີຫົວຂໍ້ວ່າ ”ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຍັງບໍ່ທັນແຕກພາຍຫຼັງສົງຄາມ” ຖືກຈັດຂຶ້ນໃນຕອນເຊົ້າວັນທີ 5 ທັນວາ, ຢູ່ ຮ່າໂນ້ຍ. ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢູງ. ກ່າວຄວາມເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢູງ ໃຫ້ຮູ້ວ່າ ພາຍຫຼັງທີ່ສົງຄາມສິ້ນສຸດລົງ, ຫວຽດນາມໄດ້ມີຄວາມເອົາໃຈໃສ່ເປັນພິເສດເຖິງເລື່ອງແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີ່ຍັງບໍ່ທັນແຕກ ແລະ ໄດ້ສະຫງວນເງິນນັບຮ້ອຍລ້ານໂດລາສະຫະລັດ/ປີ ໃຫ້ແກ່ວຽກງານນີ້. ເຖິງວ່າບັນລຸໄດ້ໝາກຜົນທີ່ດີຫຼາຍຢ່າງແລ້ວກໍ່ຕາມ, ແຕ່ຍ້ອນຈຳນວນລູກລະເບີດໝາກມີ່ນທີ່ຍັງຄ້າງໄວ້ແມ່ນມີຫຼາຍ, ມັນໄດ້ກໍ່ສະພາບມົນລະພິດຢ່າງໜັກໜ່ວງ ແລະ ກໍ່ຄວາມບາດເຈັບລົ້ມຕາຍໃຫ້ແກ່ປະຊາຊົນ, ພິເສດແມ່ນເດັກນ້ອຍ ໃນແຕ່ລະວັນຢູ່.
”ດ້ວຍຄວາມປາຖະໜາວ່າ ຫວຽດນາມ ຈະກາຍເປັນປະເທດທີ່ບໍ່ມີຜົນກະທົບຈາກລູກລະເບີດທີຍັງບໍ່ທັນແຕກສຳລັບການພັດທະນາເສດຖະກິດ ສັງຄົມ, ສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ປະຊາຊົນ ແລະ ສ້າງເງື່ອນໄຂເພື່ອໃຫ້ຜູ້ປະສົບເຄາະຮ້າຍຈາກລູກລະເບີດໝາກມີ່ນເຊື່ອມຕົວເຂົ້າກັບຊີວິດສັງຄົມ, ປີ 2010, ລັດຖະບານຫວຽດນາມໄດ້ເຊັນອະນຸມັດໂຄງການດຳເນີນງານແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດທີຍັງບໍ່ທັນແຕກພາຍຫຼັງສົງຄາມ. ການໂອ້ລົມສົນທະນານີ້ແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມມີຂໍ້ມູນຂ່າວສານຕື່ມອີກ, ເພື່ອແລກປ່ຽນທິດທາງຮ່ວມມື ແນໃສ່ປະຕິບັດຈຸດໝາຍທີ່ໄດ້ວາງອອກສຳເລັດຜົນ”.