ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງພົບປະເຈລະຈາກັບຮອງນາຍົກລັດຖະມົນຕີຈີນ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງພົບປະເຈລະຈາກັບຮອງນາຍົກລັດຖະມົນຕີຈີນ - ảnh 1
(ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈ​ິ້ງ​ດິ່ງ​ຢຸງ
​ພົບ​ປະ​ເຈ​ລະ​ຈາ​ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ)

(vovworld) - ​ເນື່ອງ​ໃນ​ໂອ​ກາດ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ຈີນ - ອາ​ຊີ​ໃຕ້​ຄັ້ງ​ທີ 4 ແລະ ງານ​ຕະ​ຫຼາດ​ຂາ​ອອກ​ຂາ​ເຂົ້າ ​ຄຸ​ນ​ມິງ ຄັ້ງ​ທີ 24 ຢູ່​ນະ​ຄອນ ​ຄຸນ​ມິງ, ແຂວງ ຢີນ​ນານ, ປະ​ເທດ​ຈີນ, ຕອນ​ບ່າຍ​ວັນ​ທີ 12/06, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ໄດ້​ພົບ​ປະ​ເຈ​ລະ​ຈ​າ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ວາງ​ຢາງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ຮັກ​ສາ​ການ​ພົບ​ປະ​ຂັ້​ນ​ສູງ, ເປີດກ​ວ້າງ​ການ​​ພົວ​ພັນ​ແລກ​ປ​່ຽນ​ປະ​ຊາ​ຊົນ, ໂດ​ຍ​ສ​ະ​ເພາະ​ແມ່ນ​ໄວ​ໜຸ່ມ 2 ປະ​ເທດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ກໍ​ສະ​ເໜີ​ໃຫ້​ຈີນ ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ໃຫ້​ແກ່​ການ​ຂົນ​ສົ່ງ ແລະ ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຫວຽດ​ນາມ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັ​ນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃຈ​ນ້ຳ. 2 ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ຄຸ້ມ​ຄອງ​ເຂດ​ຊາຍ​ແດນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ທ້ອງ​ຖິ່ນ​ຕ່າງໆ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຈິ້ງ​ດິ່ງ​ຢຸງ ກ​ໍ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ດາ​ການ​ຜັນ​ແປ​ຫວ່າງມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ; ຢືນ​ຢັນ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ແມ່ນ​ຄວາມ​ຈຳ​ເປັນ​ໃຫ້​ແກ່​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ສະ​ເໜີ​ໃຫ້ 2 ຝ່າຍ ຕ້ອງ​ມີ​ບັນ​ດາ​ການ​ກະ​ທຳ​ຢ່າງ​ແທດ​​ຈິງ​ເພື່ອ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ​ໃຫ້​ເປັນ​ຢ່າງ​ດີ, ບໍ່​​ໄດ້ມີ​ການ​ກະ​ທຳ​ເຮັ​ດ​ໃຫ້​ສະ​ພາບ​ກາ​ນ​ສັບ​ສົນ​, ເປີດກວ້າງ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອ​ກຂຶ້ນ​ຕື່ມ; ເຄົາ​ລົບ​ຄວາມ​ຮັບ​ຮູ້​ລວ​ມ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ໂດ​ຍ​ສະ​ເພາະ​ແມ່ນ “ຂໍ້​ຕົກ​ລົງ​ກ່ຽວ​ກັບ​ບັນ​ດາ​ຫຼັກ​ການ​ພື້ນ​ຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນ​ຫາ​ຢູ່​ທະ​ເລ” ແລະ “ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ” (DOC), ພ້ອມ​ກັນ​ຮັກ​ສາ​ສັ​ນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ.

        ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ວາງ​ຢາງ ໄດ້​ຢືນ​ຢັນ​ວ່າ, ຈີນ ສະ​ເໜີ​ໃຫ້ 2 ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຍ​ຸດ​ທະ​ສາດ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຍູ້​ແຮງ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດ​ທະ​ນາ ແລະ ການ​ຮ່ວມ​ມື​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ຜ​ະ​ລິດ​ລະ​ຫວ່າງ 2 ປະ​ເທດ, ກຳ​ນົ​ດ ແລະ ຜັນ​ຂະ​ຫຍາຍ​ບາງ​ໂຄງ​ການ​ຈຸດ​ສຸມ​ໂດຍ​ໄວ, ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ລວມ​ຂອງ​ການ​ນຳຂັ້​ນ​ສູງຂອງ 2 ປະ​ເທດ​ກ່​ຽ​ວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ເຂັ້ມ​ງວດ.
ຂ່າວ/ບົດ​ອື່ນ