ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມງານວາງສະແດງສາກົນ VIETCONSTECH 2014
ຮອງນາຍົກລັດຖະມົນຕີຫວູວັນນິງ
ເຂົ້າຮ່ວມງານວາງສະແດງສາກົນ VIETCONSTECH 2014
(ພາບ:qdnd.vn)
(vovworld) – ງານຕະຫຼາດນັດສາກົນກ່ຽວກັບເຕັກໂນໂລຢີ, ພາຫະນະເຄື່ອງຈັກ, ວັດສະດຸກໍ່ສ້າງ ແລະ ເຕັກໂນໂລຢີບໍ່ແຮ່ VIETCONSTECH 2014 ຊຶ່ງໄຂຂຶ້ນໃນຕອນເຊົ້າວັນທີ 10/12, ຢູ່ ຮ່າໂນ້ຍ, ດ້ວຍ 230 ຮ້ານວາງສະແດງຂອງເກືອບ 100 ຫົວໜ່ວຍ, ວິສາຫະກິດພາຍໃນ ແລະ ຕ່າງປະເທດ. ງານວາງສະແດງໄດ້ແນະນຳບັນດາເຕັກໂນໂລຢີກໍ່ສ້າງ, ວັດສະດຸກໍ່ສ້າງ, ບັນດາມາດຕະການຊອບແວໃນການກໍ່ສ້າງ, ຄຸ້ມຄອງແຫຼ່ງຂໍ້ມູນຂ່າວສານກ່ຽວກັບການກໍ່ສ້າງ. ຊີ້ແຈ້ງບົດບາດສຳຄັນຂອງຂະແໜງອຸດສາຫະກຳບໍ່ແຮ່ໃນການພັດທະນາເສດຖະກິດຂອງ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ, ເນັ້ນໜັກວ່າ:
“ໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ລົງທຶນເຂົ້າບັນດາກິດຈະກຳກໍ່ສ້າງມີເຕັກນິກສູງ, ຮຽກຮ້ອງໃຫ້ມີເຕັກໂນໂລຢີທີ່ກ້າວໜ້າຄື: ທາງລົດໄຟເຂດຕົວເມືອງ, ໂຮງງານໄຟຟ້ານິວເຄຼຍ. ດັ່ງນັ້ນການນຳໃຊ້ເຕັກໂນໂລຊີການກໍສ້າງກ້າວໜ້າແມ່ນຄວາມຮຽກຮ້ອງນັບມື້ນັບຮີບດ່ວນ. ທີ່ງານວາງສະແດງຄັ້ງນີ້, ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຫັນວ່າມີການເຂົ້າຮ່ວມເປັນຈຳນວນຫຼາຍຂອງບັນດາວິສາຫະກິດສາກົນ ແລະ ຫວຽດນາມ ພວມກຳແໜ້ນບັນດາເຕັກໂນໂລຢີ, ພາຫະນະເຄື່ອງຈັກ, ວັດສະດຸກໍ່ສ້າງທີ່ກ້າວໜ້າ. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດານັກລົງທຶນແນະນຳກັບເຈົ້າຂອງລົງທຶນ, ລູກຄ້າ ແລະ ມະຫາຊົນກ່ຽວກັບຄວາມສາມາດ, ເຕັກໂນໂລຢີ, ພາຫະນະເຄື່ອງຈັກ ແລະ ຜະລິດຕະພັນຂອງຕົນ”