ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບສະພາຊຸກຍູ້ການຕ່າງປະເທດປະຊາຊົນຍີ່ປຸ່ນ

(VOVWORLD) -ຕອນບ່າຍວັນທີ 09 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບບັນດາສະມາຊິກຂອງສະພາຊຸກຍູ້ການຕ່າງປະເທດປະຊາຊົນຍີ່ປຸ່ນ (FEC) ໂດຍທ່ານ Yoshihiko Nakagaki, ຮອງປະທານສະພານຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບສະພາຊຸກຍູ້ການຕ່າງປະເທດປະຊາຊົນຍີ່ປຸ່ນ - ảnh 1ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫ້ວຕ້ອນຮັບສະພາຊຸກຍູ້ການຕ່າງປະເທດປະຊາຊົນຍີ່ປຸ່ນ

(ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ, ຫວຽດນາມ ມີແຜນນະໂຍບາຍຍູ້ແຮງການຫັນການຄ້າ - ການລົງທຶນເປັນເສລີ ດ້ວຍສັນຍາການຄ້າເສລີ 12 ສະບັບ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ, ຫວຽດນາມ ຮຽກຮ້ອງໃຫ້ບັນດາວິສາຫະກິດຍີ່ປຸ່ນ ເຂົ້າຮ່ວມການລົງທຶນ, ຮ່ວມມືດຳເນີນທຸລະກິດ ໃນບັນດາຂົງເຂດຄື: ວິທະຍາສາດເຕັກໂນໂລຊີ, ການເງິນ, ພະລັງງານ… ດ້ວຍເຕັກໂນໂລຊີກ້າວໜ້າ, ລະດັບການຄຸ້ມຄອງທີ່ດີ ແລະ ມີການຮ່ວມສຳພັນກັບບັນດາວິສາຫະກິດຫວຽດນາມ.

        ສ່ວນທ່ານ Yoshihiko Nakagaki ໄດ້ຕີລາຄາສູງບັນດາໝາກຜົນກ່ຽວກັບການພັດທະນາເສດຖະກິດ, ສັງຄົມ, ການຮັບປະກັນຊີວິດສັງຄົມຂອງຫວຽດນາມ ໃນຊຸມປີຜ່ານມາ ແລະ ຢືນຢັນວ່າ ຈະປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນເຂົ້າໃນການຮ່ວມມືຂອງປະຊາຄົມວິສາຫະກິດ, ບັນດາອົງການຈັດຕັ້ງການເມືອງ, ສັງຄົມ, ເສດຖະກິດລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ