(vovworld) - ທີ່ການຕ້ອນຮັບໃນຕອນບ່າຍວັນທີ 14/01, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີຜູ້ຮັບຜິດຊອບບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ເຕັກໂນໂລຊີຂໍ້ມູນຂ່າວສານ, ອາວະກາດ, ທະເລ ແລະ ຜືນແຜ່ນດິນຍີ່ປຸ່ນ Yamamoto Ichita ໄດ້ເຫັນດີຮ່ວມມືຜັນຂະຫຍາຍຢ່າງມີປະສິດທິຜົນບັນດາຂໍ້ຕົກລົງສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດອາຊຽນ - ຍີ່ປຸ່ນ ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ່າງເປັນທາງການໃນເດືອນ 03/2013.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດວິທະຍາສາດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ຜັນຂະຫຍາຍຍຸດທະສາດຫັນເປັນອຸດສາຫະກຳຂອງຫວຽດນາມ ໃນຂອບເຂດການຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ... ສ່ວນທ່ານລັດຖະມົນຕີ Yamamoto Ichita ຢືນຢັນວ່າ ຍາມໃດຍີ່ປຸ່ນ ກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ແລະ ຈະສືບຕໍ່ຮ່ວມມື, ໜູນຊ່ວຍຫວຽດນາມ ໃນການປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.
ແລະກໍ່ທີ່ການຕ້ອນຮັບ, 2 ຝ່າຍໄດ້ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງທັງ 2 ຝ່າຍຕ່າງມີຄວາມສົນໃຈ, ເຫັນດີເພີ່ມທະວີການຮ່ວມມື, ສົມທັບກັນລະຫວ່າງ 2 ປະເທດໃນບັນດາເວທີປາໄສສາກົນ ແລະ ພາກພື້ນກວ່າອີກ, ແນໃສ່ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.