ຮອງນາຍົກລັດຖະມົນຕີ ລາວໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ສຳນັກຂ່າວສານຫວຽດນາມ


ຮອງນາຍົກລັດຖະມົນຕີ ລາວໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ສຳນັກຂ່າວສານຫວຽດນາມ - ảnh 1

(ພາບ: TTXVN )

(vovworld)-​​​​ ​ ຕອນ​ບ່າຍວັນ​ທີ 18/11, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ອາຊາ​ງລາວ​ລີ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສຳນັກ​ຂ່າວສານ​ຫວຽດນາມ ​ໂດຍ​ທ່າ​ນຜູ້ອຳນວຍການ​ໃຫ່ຍຫງວຽນ​ດຶກ​ເລີ້​ຍ ​ເປັນ​ຫົວໜ້າ​ຄະນະ ​ໃນ​ໂອກ​າດຄະນະ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 14-19/11. ນະ​ທີ່​ນີ້,  ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ອາຊາ​ງລາວ​ລີ ​ໄດ້​ຕີ​ລາຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງສຳນັກ​ຂ່າວສານ​ ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ ຫວຽດນາມ ທີ່​ມີ​ຕໍ່​ສຳນັກ​ຂ່າວສານ​ແຫ່ງ​ຊາດ​ລາວ ​ນັບ​ແຕ່​ໄລຍະ​ສົງຄາມ​ປົດ​ປ່ອຍປະ​ເທດ​ລາວ ກໍ່​ຄື​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ພ້ອມ​ທັງ​ປາດ​ຖະໜາ​ວ່າ: ສອງ​ສຳນັກ​ຂ່າວສານ​ເວົ້າສະ​ເພາະ​ກໍ່​ຄື​ອົງການ​ສື່​ມວນ​ຊົນ​ຫວຽດນາມ-​ລາວ ​ເວົ້າລວມ ຈະ​ສືບ​ຕໍ່​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ອາຊາ​ງລາວ​ລີ ຢືນຢັນ​ວ່າ: ສື່​ມວນຊົນສອງ​ປະ​ເທດກໍ່​ແມ່ນ​ອາວຸດ​ທີ່​ແຫຼມ​ຄົມ​​ເພື່ອຕ້ານ​ຄືນ​ບັນດາ​ຖ້ອຍ​ທຳນອງ​ເສກ​ສັນ​ປັ້ນ​ແຕ່ງ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ທີ່​ຢາກຕ້ານ​ທຳລາຍ​ການ​ປະຕິວັດ​ສອງ​ປະ​ເທດ, ຕ້ານ​ທຳລາຍ​ນ້ຳ​ໃຈ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຂອງ ປຊຊ ສອງ​ປະ​ເທດ​ລາວ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ