ຮອງນາຍົກລັດຖະມົນຕີ ສາທາລະນະລັດ ເຊັກ ຕອບສຳພາດຕໍ່ນັກຂ່າວ VOV

ຮອງນາຍົກລັດຖະມົນຕີ  ສາທາລະນະລັດ ເຊັກ ຕອບສຳພາດຕໍ່ນັກຂ່າວ VOV - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ທ່ານນາຍົກລັດຖະມົນຕີ Karel Schwarzenberg
ພາບປະກອບ: internet

(vovworld) - ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ​ຫວຽດນາມ​ແຕ່​ວັນ​ທີ 21 - 23/3, ວັນ​ທີ 23/3 ທ່ານ​ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສ.​ເຊັກ Karel Schwarzenberg ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ທ່ານ Karel Schwarzenberg ຕີ​ລາ​ຄາ​ສູງ​ໝາກຜົນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ພ້ອມ​ທັງ​ຢືນຢັນ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ສ.ເຊັກ ນັບ​ມື້​ນັບ​ພັດທະນາ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

ກ່ຽວ​ກັບ​ບັນດາ​ໝາກຜົນ​ພົ້ນ​ເດັ່ນ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້, ທ່ານ Karel Schwarzenberg ​ໃຫ້​ຮູ້​ວ່າ:

“ພວກ​ຂ້າພະ​ເຈົ້າ​ໄດ້​ດຳ​ເນີນ​ການ​ເຈລະຈາທີ່​ມີ​ຜົນ​ປະ​ໂຫຍ​ດ​ກັບ​ທ່ານລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫລາຍບັນຫາ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ກໍ​ຄື​ຫລາຍ​ຝ່າຍ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ. ພວກ​ຂ້າພະ​ເຈົ້າ​ກໍ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ການ​ຄ້າ, ​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພວກ​ຂ້າພະ​ເຈົ້າ​ພ້ອມ​ແລ້ວ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ດຳ​ເນີນ​ທຸລະ​ກິດ​ຢູ່​ເຊັກ ​ແລະ ກົງກັນຂ້າມ ພວກ​ຂ້າພະ​ເຈົ້າ​ກໍ​ຊົມ​ເຊີຍ​ ຫວຽດນາມ​ເປີດ​ກວ້າງ​ການ​ລົງທຶນ​ຢູ່ ​ສ.ເຊັກ.”

ຕອບກັບ

ຂ່າວ/ບົດ​ອື່ນ