ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ເຮັດວຽກກັບຄະນະພັກແຂວງກອນຕຸມ
(ພາບ: chinhphu.vn)
(vovworld) - ຕອນບ່າຍວັນທີ 26/02, ຢູ່ນະຄອນກອນຕຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບຄະນະພັກແຂວງກອນຕຸມ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງທ້ອງຖິ່ນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງແຂວງກອນຕຸມ, ພ້ອມທັງຊີ້ໃຫ້ເຫັນບັນດາຄວາມຫຍຸ້ງຍາກ, ສິ່ງຈຳກັດເຊິ່ງທ້ອງຖິ່ນພວມປະເຊີນໜ້າຄື; ສະພາບແວດລ້ອມແຫ່ງການລົງທຶນ; ຂອບຂະໜາດເສດຖະກິດຍັງນ້ອຍຢູ່; ກະສິກຳຍັງກວມອັດຕາສ່ວນສູງ... ກ່ຽວກັບທິດທາງພັດທະນາໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າ ກອນຕຸມ ຕ້ອງເສີມຂະຫຍາຍຄວາມສາມາດບົມຊ້ອນ, ທ່າແຮງທີ່ມີຢູ່ແລ້ວກ່ຽວກັບທີ່ດິນ, ຜົນລະປູກ, ສັດລ້ຽງ, ສ້າງບາງຜະລິດຕະພັນຕົ້ນຕໍຂອງແຂວງ. ທ່ານຮອງນາຍົກລັດຖະມົນຕີກໍເອົາໃຈໃສ່ວ່າ ທ້ອງຖິ່ນຈັດຕັ້ງການປະຕິບັດເລື່ອງຮັບເອົາຄຳເຫັນຈາກປະຊາຊົນໃຫ້ແກ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ເປັນຢ່າງດີ; ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳບັນດາເຜົ່າ.