ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢ້ຽມຢາມ ສະຫະພັນລັດເຊຍ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍີນ
ແລະ ບັນດານັກຮົບເກົ່າລັດເຊຍ ທີ່ເຄີຍຊ່ວຍເຫຼືອຫວຽດນາມ
(ພາບ: chinhphu.vn)
(vovworld) - ໂດຍເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນລັດເຊຍ, ວັນທີ 15 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍີນ ໄດ້ໄປຢ້ຽມຢາມຄະນະບໍລິຫານງານສະມາຄົມມິດຕະພາບລັດເຊຍ - ຫວຽດນາມ ແລະ ບັນດານັກຮົບເກົ່າລັດເຊຍ ທີ່ເຄີຍຊ່ວຍເຫຼືອຫວຽດນາມ ໃນໄລຍະຕໍ່ຕ້ານ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢືນຢັນວ່າ ຍາມໃດປະຊາຊົນຫວຽດນາມ ກໍ່ຈົດຈຳ, ຮູ້ບຸນຄຸນຕໍ່ການສະໜັບສະໜູນ ເຊິ່ງປະຊາຊົນລັດເຊຍ ໄດ້ສະຫງວນໃຫ້ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົກປັກຮັກສາພື້ນຖານເອກະລາດ, ເສລີພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ປາດຖະໜາວ່າ ສະມາຄົມມິດຕະພາບລັດເຊຍ - ຫວຽດນາມ ຈະສືບຕໍ່ເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອປະຕິບັດບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງລັດເຊຍ - ຫວຽດນາມ ເປັນຢ່າງດີ. ກອນໜ້ານັ້ນ, ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ໄດ້ໄປຖະຫວາຍດອກໄມ້ອາໄລຫາປະທານໂຮ່ຈິມິນ ຢູ່ສະໜາມຫຼວງທີ່ໃສ່ຊື່ຂອງເພີ່ນ ທີ່ນະຄອນຫຼວງມົດສກູ, ສະຫະພັນລັດເຊຍ.