(vovworld) - ທີ່ການເຮັດວຽກກັບການນຳແຂວງດົ່ງທ໋າບ, ເມືອຕອນບ່າຍວັນທີ 03/04, ກ່ຽວກັບແຜນຮ່າງສ້າງໂຄງປະກອບຂະແໜງກະສິກຳຂອງແຂວງຮອດປີ 2020, ວິໄສທັດເຖິງປີ 2030, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ຫວຽດນາມ ໄດ້ຕີລາຄາສູງ ແລະ ເຫັນດີສະໜັບສະໜູນດົ່ງທ໋າບ ທີ່ໄດ້ສ້າງແຜນຮ່າງກ່ຽວກັບການສ້າງໂຄງປະກອບຂະແໜງກະສິກຳຢ່າງຮອບດ້ານພໍສົມຄວນ. ນີ້ກໍ່ແມ່ນທ້ອງຖິ່ນນຳໜ້າທົ່ວປະເທດໃນການຍົກອອກແຜນຮ່າງໃຫຍ່, ສຳຄັນທີ່ສຸດ ແລະ ມີລັກສະນະຍາວນານ, ໝັ້ນຄົງ. ເພື່ອຜັນຂະຫຍາຍແຜນຮ່າງໃຫ້ບັນລຸປະສິດທິຜົນສູງສຸດ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະເໜີໃຫ້ແຂວງ ດົ່ງທ໋າບ ຕີລາຄາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງຕິດພັນກັບເຂດ; ຕິດພັນແຜນຮ່າງສ້າງໂຄງປະກອບຂະແໜງກະສິກຳກັບການວາງແຜນສັງລວມຂອງທົ່ວປະເທດ ແລະ ພາກພື້ນ. ແຂວງດົ່ງທ໋າບ ຄວນສືບຕໍ່ປັບປຸງແຜນຮ່າງໃຫ້ສຳເລັດ, ບົນພື້ນຖານນັ້ນ ລັດຖະບານຈະອະນຸຍາດໃຫ້ຜັນຂະຫຍາຍການປະຕິບັດຢ່າງເປັນທາງການ.
ຄາດໝາຍລະອຽດຂອງແຜນຮ່າງສ້າງໂຄງປະກອບຂະແໜງກະສິກຳແຂວງດົ່ງທ໋າບ ຮອດປີ 2020 ແມ່ນຈະຮັບປະກັນລະດັບເຕີບໂຕດ້ານກະສິກຳຂອງທ້ອງຖິ່ນທຽບເທົ່າ ຫຼື ສູງກວ່າລະດັບເຕີບໂຕດ້ານກະສິກຳລວມຂອງທົ່ວປະເທດ, ດ້ວຍລະດັບເຕີບໂຕບັນລຸ 4,5%/ປີ ໃນໄລຍະ 2011 – 2015 ແລະ 5%/ປີ ໃນໄລຍະ 2016 – 2020. ຮອດປີ 2030, ລະດັບເຕີບໂຕ GDP ດ້ານຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ທຽບເທົ່າກັບໄລຍະ 2016 – 2020.