ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຕ້ອນຮັບການນຳກຸ່ມບໍລິສັດການເງິນ Kookmin

(VOVWORLD) - ຕອນບ່າຍວັນທີ 07 ກັນຍາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານ Yoon Jong Kyoo, ປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດການເງິນ Kookmin ສ.ເກົາຫຼີ (KB).
ຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ຕ້ອນຮັບການນຳກຸ່ມບໍລິສັດການເງິນ Kookmin - ảnh 1ທີ່ການຕ້ອນຮັບ (ພາບ: TTXVN )

 ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ໄດ້ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນ ມີບັນດານັກລົງທຶນ ສ.ເກົາຫຼີ, ກຸ່ມບໍລິສັດ KB ສົ່ງເສີມ, ເປີດກ້ວາງການເຄື່ອນໄຫວດຳເນີນທຸລະກິດຢູ່ ຫວຽດນາມ ບົນພື້ນຖານເຄົາລົບບັນດາຂໍ້ກຳນົດທີ່ກ່ຽວຂ້ອງຂອງກົດໝາຍ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ກໍ່ຕີລາຄາສູງບັນດາການເຄື່ອນໄຫວຂອງກຸ່ມບໍລິສັດ KB ທີ່ແນໃສ່ໜູນຊ່ວຍບັນດາຄອບຄົວທີ່ມີລາຍຮັບຕ່ຳ, ເດັກນ້ອຍທຸກຍາກຢູ່ບັນດາທ້ອງຖິ່ນຂອງ ຫວຽດນາມ. ພ້ອມທັງ ຊຸກຍູ້ໂຄງການສຶກສາພາສາ ເກົາຫຼີ ຢູ່ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ