ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເປັນປະທານກອງປະຊຸມສະຫລຸບການກໍ່ສ້າງຊົນນະບົດໃໝ່

(VOVWORLD) - ຕອນເຊົ້າວັນທີ 14 ກັນຍາ, ທີ່ແຂວງ ບາກລຽວ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ບາກລຽວ ຈັດຕັ້ງກອງປະຊຸມສະຫລຸບ 10 ປີແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່ເຂດພາກໃຕ້ທາງທິດຕາເວັນອອກ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ . 

ທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ ເວືອງດິ່ງເຫ້ວ ເປັນປະທານກອງປະຊຸມ. ກອງປະຊຸມໄດ້ສຸມໃສ່ສະເໜີການກຳນົດທິດ ແລະ ມາດຕະການກໍ່ສ້າງຊົນນະບົດໃໝ່ໄລຍະພາຍຫລັງປີ 2020 ບົນພື້ນຖານພັດທະນາກະສິກຳແບບຍືນຍົງ, ປອດໄພຕາມທິດການຜະລິດດ້ວຍຂອບຂະໜາດໃຫຍ່, ໝູນໃຊ້ເຕັກໂນໂລຊີສູງ ມຸ່ງໄປເຖິງກະສິກຳອົງຄະທາດ, ສົມທົບການພັດທະນາການທ່ອງທ່ຽວຊີວະພາບຢ່າງແຮງ ຕິດພັນກັບການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ອຸດສາຫະກຳການປຸງແຕ່ງມີຄຸນນະພາບສູງ ຕິດພັນກັບການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ