(vovworld) - ຕອນເຊົ້າວັນທີ 5/4, ຢູ່ນະຄອນ ເກີນເທີ, ກ່າວຄຳເຫັນທີ່ການພົບປະຜູ້ແທນກ່ວາ 500 ຄົນ ເຊິ່ງແມ່ນການນຳແຂວງ, ນະຄອນເຂດຕາເວັນຕົກພາກໃຕ້, ບັນດາຄູບາອາຈານ, ພະນັກງານ, ນັກຮຽນ ຜູ້ມີຍົດສັກ ຊາວເຜົ່າຂະແມ ເນື່ອງໃນໂອກາດບຸນ Chol Chnam Thmay ປີ 2012, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh, ຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ຢືນຢັນວ່າ: ໄລຍະຜ່ານມາ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການປັບປຸງ. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສູນກາງ ສືບຕໍສົມທົບກັບທ້ອງຖີ່ນ ເອົາໃຈໃສ່ຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນຊົນເຜົ່າຫຼາຍກ່ວາອີກ, ພິເສດ, ບັນດາແຂວງ,ນະຄອນໃນເຂດຄວນຊ່ວຍເຫຼືອບັນດາຄອບຄົວຊາວເຜົ່າ ຂະແມທີ່ພວມປະສົມກັບຄວາມຫຍູ້ງຍາກຢ່າງທັນການເພື່ອໃຫ້ເຂົາເຈົ້າໄດ້ຕ້ອນຮັບບຸນ Chol Chnam Thmay ຢ່າງອົບອຸນ, ມ່ວນຊື່ນ. ທ່ານຮອງນາຍົກລັດຖະມົນຕີ ກໍຫວັງວ່າພໍ່ແມ່ປະຊາຊົນ ຂະແມສືບຕໍເສີມຂະຫຍາຍນ້ຳໃຈສາມັກຄີ ຮຽງບ່າຮຽງໄຫລ່ ກັບອຳນາດການປົກຄອງທ້ອງຖີ່ນຜ່ານຜ່າຄວາມທຸກຍາກອຶດຫິວ, ພັດທະນາເສດຖະກິດຄອບຄົວ, ກໍ່ສ້າງກຸ່ມມະຫາສາມັກຄີທົ່ວປວງຊົນ.