(vovworld) - ວັນທີ 22/9, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງ ຮ່ານາມ ເຮັດວຽກກັບຄະນະກຳມະການປະຊາຊົນແຂວງກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມຢູ່ທ້ອງຖີ່ນ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ເນັ້ນໜັກວ່າ: ການປົກປັກຮັກສາສິ່ງແວດລ້ອມຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ, ຖືນີ້ເປັນປັດໃຈສຳຄັນ, ຕັດສິນຊີ້ຂາດໃນການພັດທະນາເສດຖະກິດແບບຍືນຍົງ. ທ່ານນາງຮອງປະທານສະພາແຫ່ງຊາດ ສະເໜີໃຫ້ແຂວງສືບຕໍ່ມີບັນດາມາດຕະການເພີ່ມທະວີການຄຸ້ມຄອງ ແລະ ປັກປັກຮັກສາສິ່ງແວດລ້ອມ, ໃນນັ້ນຖືເປັນສຳຄັນການຜັນຂະຫຍາຍການປະຕິບັດນະໂຍບາຍໃນສະພາບຕົວຈິງ. ຕາມທ່ານນາງຮອງປະທານປະເທດ ຫງວຽນທິຢວານແລ້ວ, ເພື່ອໃຫ້ວຽກງານປົກປັກຮັກສາສິ່ງແວດລ້ອມບັນລຸຜົນສຳເລັດ, ຕ້ອງເຮັດວຽກງານ 2 ຢ່າງ. ນັ້ນແມ່ນໂຄສະນາເຜີຍແຜ່ເຖິງປະຊາຊົນ, ວິສາຫະກິດ ແລະ ຖັນແຖວພະນັກງານປະຕິບັດນະໂຍບາຍຄວາມສຳຄັນຂອງການຮັບປະກັນສິ່ງແວດລ້ອມກໍ່ຄືກົດໝາຍວ່າດ້ວຍສິ່ງແວດລ້ອມຢ່າງບໍ່ຢຸດຢັ້ງ. ຄຽງຄູ່ກັນນັ້ນ, ແມ່ນທ່າທີຖືກຕ້ອງ ແລະ ເຮັດວຽກຢ່າງສຸດຈິດສຸດໃຈຂອງພະນັກງານປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍສິ່ງແວດລ້ອມ.