ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ແລະ ຮອງປະທານາທິບໍດີ ບຸນກາຣີ Margarita Popova
|
(vovworld)- ໂດຍຮັບຄຳເຊີນຈາກທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ, ຮອງປະທານາທິບໍດີ ບຸນກາຣີ Margarita Popova ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມສັນທະວະໄມຕີຫວຽດນາມຢ່າງເປັນທາງການແຕ່ວັນທີ 26-29/11/2015. ຕອນເຊົ້າວັນທີ 27/11, ຢູ່ຮ່າໂນ້ຍ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ໄດ້ມີການເຈລະຈາກັບ ຮອງປະທານາທິບໍດີ ບຸນກາຣີ Margarita Popova. ທີ່ການເຈລະຈາ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ຢືນຢັນວ່າ ຫວຽດນາມຍາມໃດກໍຖທເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບບຸນກາຣີ
ສ່ວນທ່ານນາງຮອງປະທານາທິບໍດີ ບຸນກາຣີ Margarita Popova ໄດ້ຢືນຢັນວ່າ ບຸນກາຣີ ຖືເປັນສຳຄັນ ແລະ ມີຄວາມຫວັງຢາກພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບຫວຽດນາມ ໃຫ້ຂຶ້ນສູ່ລະດັບສູງໃໝ່.