ຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໂມກເຈົາ, ແຂວງເຊີນລາ
(VOVWORLD) - ທີ່ການພົບປະໃນຕອນເວົ້າວັນທີ 02 ພຶດສະພາ, ຜູ້ມີສິດເລືອກຕັ້ງເມືອງ ໂມກເຈົາ ໄດ້ສະເໜີຕໍ່ຄະນະສະມາຊິກສະພາແຫ່ງຊາດ
ທ່ານນາງຮອງປະທານຜູ້ປະຈຳສະພາແຫ່ງຊາດ ຕ່ອງທິຟ໋ອງ (ພາບ: TTXVN) |
ຜັນຂະຫຍາຍຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບການອະນຸມັດຜ່ານແຜນສັງລວມເຂດທ່ອງທ່ຽວແຫ່ງຊາດ ໂມກເຈົາ; ສະເໜີຕໍ່ລັດຖະບານ, ກະຊວງຄົມມະນາຄົມຂົນສົ່ງພິຈາລະນາລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ຮວາບີງ - ໂມກເຈົາ ກ່ອນປີ 2020. ພ້ອມທັງສະເໜີກ່ຽວກັບການປະຕິບັດແຜນຮ່າງໜູນຊ່ວຍຜູ້ມີຄຸນງາມຄວາມດີກ່ຽວກັບເຮືອນຢູ່ຕາມຂໍ້ຕົກລົງເລກທີ 22 ຂອງນາຍົກລັດຖະມົນຕີ.
ກ່າວຄຳເຫັນທີ່ກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ, ທ່ານນາງຮອງປະທານຜູ້ປະຈຳສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຮັບຮູ້ບັນດາຄວາມມານະພະຍາຍາມ, ຄວາມສາມັກຄີຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຢູ່ເມືອງ ໂມກເຈົາ ໃນການຍູ້ແຮງການພັດທະນາເສດຖະກິດສັງຄົມ, ການຫັນປ່ຽນອົງປະກອບແນວປູກ, ພັດທະນາການທ່ອງທ່ຽວ, ການບໍລິການ. ທ່ານນາງ ຕ່ອງທິຟ໋ອງ ປາດຖະໜາວ່າ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນເມືອງ ໂມກເຈົາ ສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ຄວາມສາມາດບົ່ມຊ້ອນທ່າແຮງຂອງທ້ອງຖິ່ນ, ເລືອກເຟັ້ນເອົາບັນດາແນວປູກ, ສັດລ້ຽງທີ່ເປັນປາຍແຫຼມ, ມີບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບສູງກ່ວາ ເພື່ອສົ່ງອອກໄປຍັງຕະຫລາດສາກົນ.