ຮອງຜູ້ບັນຊາການທະຫານປາຊີຝີກອາເມລິກາ ຢ້ຽມຢາມຫວຽດນາມ

ຮອງຜູ້ບັນຊາການທະຫານປາຊີຝີກອາເມລິກາ ຢ້ຽມຢາມຫວຽດນາມ - ảnh 1
​ພົນ​ຕີ Conant, ຮອງ​ຜູ້​ບັນຊາ​ການ​ທະຫານ​ປາຊີ​ຝີ​ກອາ​ເມ​ລິ​ກາ
(ພາບ: infonet.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 19/11, ຢູ່​ຮ່າ​ໂນ້ຍ, ພົນ​ຕີ Vo Van Tuan, ຮອງ​ເສນາ​ທິການ​​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ພົນ​ຕີ Conant, ຮອງ​ຜູ້​ບັນຊາ​ການ​ທະຫານ​ປາຊີ​ຝີ​ກອາ​ເມ​ລິ​ກາ ທີ່ນຳໜ້າ​ຄະນະມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ບາງ​ບັນຫາ​ເຊິ່ງກອງທັບ​ສອງ​ປະ​ເທດຫວຽດນາມ ​ແລະ ອາ​ເມ​ລິ​ກາ ຕ່າງ​ມີ​ຄວາມ​ສົນ​ໃຈ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມມື​ໃນ​ທຸກ​ຂົງ​ເຂດ​ຄື; ກູ້​ໄພ​ກູ້​ຊີບ, ​ເສນາ​ຮັກ; ​ແກ້​ໄຂ​ຜົນ​ຮ້າຍຍ້ອນ​ຫຼັງ​ຈາກ​ສົງຄາມ; ຮ່ວມ​ມືຮັບປະກັນ​ຄວາມ​ປອດ​ໄພ​​ໃນ​ການ​ເດີນ​ທະ​ເລ; ສ້ອມ​ແປງ​ກໍ່າປັ່ນ… ສອງ​ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ ກອງທັບ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແບ່ງປັນ​ບົດຮຽນ​ເພື່ອ​ຊຸກຍູ້​ການ​ພົວພັນ, ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ