ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກ

(VOVWORLD) - ການພົວພັນຮ່ວມມືລະຫວ່າງ 2 ປະເທດພວມຢູ່ໃນທ່າພັດທະນາອັນດີງາມ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ.

 

(vovworld) - ຕອນບ່າຍວັນທີ 04/05, ຢູ່ຮ່າໂນ້ຍ, ພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສ.ເຊັກໂກ ປະຈຳຫວຽດນາມ Vitezslav Grepl. 

ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກ - ảnh 1 ພົນໂທ ຫງວຽນຈິ໋ວິ້ງຕ້ອນຮັບເອກອັກຄະລັດຖະທູດສ.ເຊັກໂກ

(ພາບ: TTXVN)

ນະທີ່ນີ້, ທ່ານ Vitezslav Grepl ເນັ້ນໜັກວ່າ, ການພົວພັນຮ່ວມມືລະຫວ່າງ 2 ປະເທດພວມຢູ່ໃນທ່າພັດທະນາອັນດີງາມ, ໃນນັ້ນມີການພົວພັນຮ່ວມມືດ້ານປ້ອງກັນຊາດ. ທ່ານ Vitezslav Grepl ປາດຖະໜາວ່າ, ໃນໄລຍະຈະມາເຖິງ 2 ຝ່າຍສືບຕໍ່ມີບັນດາມາດຕະການໃໝ່ ເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດຂອງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

        ສ່ວນພົນໂທ ຫງວຽນຈິ໋ວິ້ງ ເນັ້ນໜັກວ່າ, ກອງທັບ 2 ປະເທດຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຈາກນັ້ນກຳນົດບັນດາເນື້ອໃນຮ່ວມມືລະອຽດ, ເໝາະສົມ, ຖືກຕ້ອງຕາມບົດບັນທຶກຊ່ວຍຈຳການຮ່ວມມືປ້ອງກັນຊາດ ເຊິ່ງ 2 ຝ່າຍໄດ້ລົງນາມເມື່ອປີ 2012.

ຕອບກັບ

ຂ່າວ/ບົດ​ອື່ນ