ຮ່າໂນ້ຍເອົາໃຈໃສ່ເປີດກວ້າງບັນດາກາລະໂອກາດລົງທຶນໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ
ຮ່າໂນ້ຍເອົາໃຈໃສ່ເປີດກວ້າງບັນດາກາລະໂອກາດ
ລົງທຶນໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ
(ພາບ: hanoimoi)
(vovworld) – ວັນທີ 29/12, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ສົມທົບກັບພະແນກພົວພັນຕ່າງປະເທດຮ່າໂນ້ຍ ຈັດຕັ້ງການພົບປະກັບຄະນະນັກທຸລະກິດຊາວຫວຽດນາມອາໄສຢູ່ຕ່າງປະເທດ. ທີ່ການພົບປະ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເລຮົ່ງເຊີນ ໄດ້ແຈ້ງໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຊາບກ່ຽວກັບບັນດາຜົນງານພົ້ນເດັ່ນຂອງນະຄອນຫຼວງໃນປີ 2015. ຕາມນັ້ນແລ້ວ, ຍອດເງິນລົງທຶນພັດທະນາໃນບໍລິເວນນະຄອນໄລຍະ 2011 – 2015 ບັນລຸກວ່າ 1.400.000 ຕື້ດົງ, ໃນນັ້ນການລົງທຶນຈາກຕ່າງປະເທດໄດ້ສວມບົດບາດສຳຄັນພິເສດ. ເພືຶ່ອບັນລຸໄດ້ບັນດາຜົນງານດັ່ງກ່າວ, ແມ່ນຕ້ອງເວົ້າເຖິງການຮ່ວມແຮງຮ່ວມໃຈຂອງຊາວຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ມານະພະຍາຍາມສູ້ຊົນເພື່ອຮັບສ້າງຊີວິດເປັນປົກກະຕິ, ເຊື່ອມໂຍງເຂົ້າກັບການເຄື່ອນໄຫວປະເທດປະຈຳຖິ່ນຢ່າງໜັກແໜ້ນ ແລະ ຍາມໃດກໍອວ່າຍເມືອຫາບ້ານເກີດເມືອງນອນ, ປະເທດຊາດ.