( ພາບປະກອບ )
( vovworld ) - ແຕ່ວັນທີ 15/3, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຈະຈັດຕັ້ງໂຄງການການເຄື່ອນໄຫວເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ອຸປະໂພກບໍລິໂພກປີ 2012 ຢ່າງເປັນທາງການ, ເພື່ອຕອບສະໜອງວັນສິດຂອງຜູ້ຊົມໃຊ້ໂລກ. ສັບປະດາຂາຍເຄື່ອງເພື່ອຜູ້ອຸປະໂພກບໍລິໂພກຈະດຳເນີນໄປແຕ່ວັນທີ 16/3 - 22/3 ທີ່ຈະມາເຖິງຢູ່ຮ້ານຊັບພະສິນຄ້າ, ສູນການຄ້າໃຫຍ່ໃນບໍລິເວນນະຄອນປະມານ 30 - 50 ແຫ່ງ ເພື່ອຊ່ວຍໃຫ້ຜູ້ອຸປະໂພກບໍລິໂພກມີໂອກາດຊື້ເຄື່ອງຂອງທີ່ຈຳເປັນດ້ວຍລາຄາພິເສດ ແລະ ຮັບປະກັນສິດຜົນປະໂຫຍດ. ຈຸດສຸມຂອງສັບປະດາຂາຍສິນຄ້າເພື່ອຜູ້ອຸປະໂພກບໍລິໂພກປີ 2012 ແມ່ນ ວິສາຫະກິດເຂົ້າຮ່ວມສັບປະດາຂາຍສິນຄ້າຕ້ອງຮັບປະກັນ 8 ສິດຜົນປະໂຫຍດໃຫ້ແກ່ຜູ້ອຸປະໂພກບໍລິໂພກ, ຂໍ້ມູນຂ່າວຂອງຜະລິດຕະພັນມີຄວາມກະຈ່າງແຈ້ງ, ສ້າງຂັ້ນຕອນຮ້ອງທຸກຮ້ອງຟ້ອງຢ່າງວ່ອງໄວ. ພິເສດ, ວິສາຫະກິດຈະມີບັນດາລາຍການໂປຣໂມຊັນທີ່ດຶງດູດໃຈໃຫ້ແກ່ຜູ້ອຸປະໂປກບໍລິໂພກ, ມີຂອງແຖມຫຼຸດລາຄາຫຼາຍ, ແກ່ຍາວເວລາຮັບປະກັນສິນຄ້າ, ມອບຂອງຂວັນ, ຈົກສະຫຼາກຮັບລາງວັນໃຫ້ຄຳປຶກສາ, ສົ່ງສິນຄ້າເຖິງທີ່.