(vovworld) – ເພື່ອແນໃສ່ຫຼີກລ້ຽງສະພາບຂາດສະຖຽນລະພາບ ພາຍຫຼັງພັກຝ່າຍຕ່າງໆ ຢູ່ ເກັຼກ ປະລາໄຊໃນຄວາມມານະພະຍາຍາມສຸດທ້າຍ ເພື່ອແນໃສ່ສ້າງຕັ້ງລັດຖະບານປະສົມ, ວັນທີ 16/5, ທ່ານປະທານາທິບໍດີ Karolos Papoulias ຖະແຫຼງວ່າ ເກຼັກ ຕ້ອງຈັດຕັ້ງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາຄັ້ງທີ 2, ເຊິ່ງຄາດວ່າຈະດຳເນີນໃນວັນທີ 17/6 ຈະມາເຖິງ. ທ່ານ Panagiotis Pakrammenos, ປະທານສະພາແຫ່ງລັດ (ຫຼືເອີ້ນວ່າສານບໍລິຫານສູງສຸດ) ຂອງ ເກັຼກ ໄດ້ຮັບການບົ່ງຕົວຈາກປະທານາທິບໍດີປະເທດນີ້ ເປັນນາຍົກລັດຖະມົນຕີຊົ່ວຄາວ ແລະ ຈັດຕັ້ງການເລືອກຕັ້ງທົ່ວປະເທດຄັ້ງໃໝ່ພາຍຫຼັງການເລືອກຕັ້ງເມື່ອວັນທີ 6/5. ເລື່ອງບໍ່ມີພັກການເມືອງໃດ ໄດ້ຮັບຈຳນວນບັດສະໜັບສະໜູນພໍສົມຄວນໃນສະພາແຫ່ງຊາດຊຸດໃໝ່ ດ້ວຍ 300 ທີ່ນັ່ງ ເພື່ອສາມາດສ້າງຕັ້ງລັດຖະບານໃໝ່ນັ້ນໄດ້ເຮັດໃຫ້ບັນດາຄຳໝັ້ນສັນຍາປະຕິຮູບຂອງອຳນາດການປົກຄອງປະຈຸບັນຍາກທີ່ຈະປະຕິບັດໄດ້ ແລະ ນີ້ແມ່ນສາຍເຫດເຮັດໃຫ້ ເກຼັກ ສາມາດຕົກເຂົ້າສູ່ວິກິດການການເມືອງ.