ເກີດອຸປະຕິເຫດລົດເມຕຳກັນຢ່າງຮ້າຍແຮງ ເຮັດໃຫ້
ຊາວຫວຽດນາມ 8 ຄົນໄດ້ຮັບບາດເຈັບແລະເສຍຊີວິດ
(ພາບອິນເຕີແນັດ)
( vovworld)- ວັນທີ 5/10, ຢູ່ແຂວງສາລະວັນ, ພາກໃຕ້ຂອງລາວ ເກີດອຸປະຕິເຫດລົດເມຕຳກັນຢ່າງຮ້າຍແຮງ ເຮັດໃຫ້ຊາວຫວຽດນາມ 8 ຄົນໄດ້ຮັບບາດເຈັບແລະເສຍຊີວິດ. ໃນເວລາເກີດອຸປະຕິເຫດ, ຢູ່ເທິງລົດເມ ປ້າຍລົດລາວ ມີຜູ້ໂດຍສານ 15 ຄົນກຳລັງເດີນທາງຈາກຫວຽດນາມໄປລາວ, ສ່ວນລົດ 16 ບ່ອນນັ່ງ ປ້າຍລົດໝາຍເລກ 74B-001.54 ໂດຍສານນັກທ່ອງທ່ຽວ 8 ຄົນກຳລັງເດີນທາງຈາກປາກເຊມຸ່ງໜ້າມາຫວຽດນາມ. ການເກີດອຸປະຕິເຫດຄັ້ງນີ້ເຮັດໃຫ້ມີ 1 ຄົນເສຍຊີວິດຄາທີ່ ແລະ 7 ຄົນໄດ້ຮັບບາດເຈັບ, ໃນນັ້ນມີ 4 ຄົນເຈັບໜັກ. ຫົວໜ້າກົງສູນຫວຽດນາມປະຈຳແຂວງຈຳປາສັກ ລາວ ໃຫ້ຮູ້ວ່າ: ມາຮອດຈຸດເວລານີ້ ແມ່ນກຳນົດໄດ້ຜູ້ໂດຍສານທີ່ປະສົບອຸປະຕິເຫດ ຈຳນວນໜຶ່ງແລ້ວ, ລວມມີຄົນຂັບລົດ 16 ບ່ອນນັ່ງ ຊື່ວ່າ ຊວນ ແລະ ຜູ້ໂດຍສານອີກ 3 ຄົນແມ່ນ ເຈືອງແທງຈຸງ, ຟ໋າຍວັນແກງ, ຮວ່າງບ໋າຕິ, ຄົນຂັບລົດປ້າຍລາວແມ່ນ ຮວ່າງແທງລອງ. ປະຈຸບັນຫົວໜ້າກົງສູນຫວຽດນາມປະຈຳບັນດາແຂວງພາກໃຕ້ຂອງລາວ ພວມປະສານສົມທົບກັບເຈົ້າໜ້າທີ່ທ້ອງຖິ່ນ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກ ອຸປະຕິເຫດຄັ້ງນີ້.