(vovworld) - ກອງປະຊຸມຂັ້ນສູງເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 9 (CLV9), ຖືກດຳເນີນໃນລະຫວ່າງວັນທີ 23 – 24/11 ຢູ່ Siem Reap, ປະເທດກຳປູເຈຍ. ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເຫດການນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫວູຮົ່ງນາມ ຖືວ່າ: ຜົນງານໃຫຍ່ຫຼວງທີ່ສຸດແມ່ນເຂດ 3 ຫຼ່ຽມພັດທະນາໄດ້ຮັບການຢືນຢັນວ່າ ແມ່ນກົນໄກຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 3 ປະເທດບ້ານໃກ້ເຮືອນຄຽງມິດຕະພາບກຳປູເຈຍ, ລາວ ແລະ ຫວຽດນາມ. ທ່ານຮອງລັດຖະມົນຕີ ຫວູຮົ່ງນາມ ຢືນຢັນວ່າ: ການຮ່ວມມື CLV ໄດ້ສ້າງການເຊື່ອມຕໍ່ຮອບດ້ານ, ນຳມາເຊິ່ງການພັດທະນາເສດຖະກິດຂອງເຂດ 3 ຫຼ່ຽມພັດທະນາ ແລະ ສຸດທ້າຍແມ່ນມຸ່ງໄປເຖິງຄາດໝາຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດ 3 ຫຼ່ຽມພັດທະນາໄດ້ຮັບການຍົກສູງຂຶ້ນ. GDP ຂອງເຂດ 3 ຫຼ່ຽມພັດທະນາບັນລຸລະດັບ 9 – 10% ໃນປີ 2016, ສູງກວ່າລະດັບພັດທະນາສະເລ່ຍຂອງທັງ 3 ປະເທດ. ຍ້ອນບັນດາຜົນງານໃຫຍ່ຫຼວງນັ້ນ ກົນໄກຮ່ວມມື CLV ໄດ້ຢືນຢັນບົດບາດຂາດບໍ່ໄດ້ ບໍ່ພຽງແຕ່ສຳລັບເຂດ 3 ຫຼ່ຽມພັດທະນາເທົ່ານັ້ນ, ຫາກຍັງໄດ້ຮັບການເປີດກວ້າງໃຫ້ທົ່ວຜືນແຜ່ນດິນຂອງ 3 ປະເທດລາວ, ກຳປູເຈຍ ແລະ ຫວຽດນາມ.
ທ່ານຮອງລັດຖະມົນຕີ ຫວູຮົ່ງນາມ ແບ່ງປັນວ່າ: ໂດຍແມ່ນປະເທດພົ້ນເດັ່ນກວ່າໝູ່ໃນທົ່ວພາກພື້ນ, ຫວຽດນາມ ພວມສະແດງໃຫ້ເຫັນບົດບາດເປັນເຈົ້າການໃນການນຳພາ, ບົນຈິດໃຈຮ່ວມມືສະເໝີພາບ, ເຄົາລົບບັນດາຄູ່ຮ່ວມມື. ຫວຽດນາມ ໄດ້ພ້ອມກັບລາວ ແລະ ກຳປູເຈຍ ສ້າງແຜນສັງລວມພັດທະນາເສດຖະກິດສັງຄົມເຂດ 3 ຫຼ່ຽມພັດທະນາໄລຍະ 2010 – 2020.