ເຄືອຂ່າຍອິນເຕີແນັດຂອງ ສປປ.ເກົາຫຼີຖືກຢຸດການ ເຄື່ອນໄຫວອີກ


ເຄືອຂ່າຍອິນເຕີແນັດຂອງ ສປປ.ເກົາຫຼີຖືກຢຸດການ ເຄື່ອນໄຫວອີກ - ảnh 1

(ພາບປ​ະກອບ )

(vovworld)- ​ ວັນ​ທີ 27/12, ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຂອງ ສປປ.​ເກົາຫຼີ  ​ຖືກ​ຢຸດ​ການ​ເຄື່ອນ​ໄຫວ​​ໃນ​ເວລາ​ຢ່າງ​ໜ້ອຍ​ສຸດ​ແມ່ນ 2 ຊົ່ວ​ໂມງ. ​ໃນ​ເວລາ 19 ​ໂມງ 30 ນາ​ທີ​ຂອງ​ວັນ​ທີ 27/12 ຕາມ​ເວລາ​ພຽງ​ຢາງ, ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ ​ຂອງ​ປະ​ເທດ​ນີ້​ຖືກ​ຢຸດ​ສະ​ງັກ ​ແລະ ຮອດ​ເວລາ 21 ​ໂມງ 30 ນາ​ທີ​ຂອງ​ວັນ​ດຽວ​ກັນກໍ່​ຍັງ​ບໍ່​ທັນ​ເຄື​ອ່ນ​ໄຫວ​ເປັນ​ປົກກະຕິ​ໄດ້. ​ໃນ​ຕະຫຼອດວັນ​ທີ 27/12, ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຂອງ ສປປ.​ເກົາຫຼີ ​ໄດ້​ເຄື​ອ່ນ​ໄຫວ​ໃນ​ສະພາບ​ບໍ່​ເປັນ​ປົກກະຕິ. ປະຈຸ​ບັນ, ບໍ່​ທັນ​ຮູ້​ສາຍ​ເຫດ​ຂອງ​ເຫດການ​ດັ່ງກ່າວ​ເທື່ອ. ກ່ອນ​ໜ້ານັ້ນ, ​ໃນ​ວັນ​ດຽວ​ກັນ, ພຽງ​ຢາງ ​ໄດ້​ກ່າວ​ຜູກ​ໂທດ​ວ່າ​ອາ​ເມ​ລິ​ກາ ຕ້ອງ​ຮັບຜິດຊອບ​ກ່ຽວ​ກັບ​ເຫດການເຄືອ​ຂ່າຍ​ອິນ​ເຕີ​ແນັດ​ຂອງ ສປປ.​ເກົາຫຼີ  ​ຖືກ​ຢຸດ​ການ​ເຄື່ອນ​ໄຫວ​ໃນ​ຊຸມ​ວັນ​ຜ່ານ​ມາ ​ໃນ​ສະພາບ​ການ​ທີ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​​ເກີດຄວາມ​ເຄັ່ງ​ຕຶງຍ້ອນ​ການ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ເລື່ອງ​ບໍລິສັດ​ຜະລິດ​ຟິມຮູບ​ເງົາ Sony Pictures ຖືກ hacker ບຸກ​ໂຈມ​ຕີ./.

ຂ່າວ/ບົດ​ອື່ນ