ເຈົ້າຊີວິດແບນຊິກຕີລາຄາສູງການພົວພັນຮ່ວມມືກັບຫວຽດນາມ
ນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ແລະ ບາງວິສາຫະກິດອັນດັບໜຶ່ງຂອງແບນຊິກ ຢູ່ ຫວຽດນາມ
|
(vovworld) - ວັນທີ 3/2, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ ເວືອງເທື່ອຟອງ, ໄດ້ຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດ Philippe. ກ່າວຄຳເຫັນທີ່ພິທີ, ເຈົ້າຊີວິດ Philippe ຊົມເຊີຍທ່ານ ເອກອັກຄະລັດຖະທູດຄົນໃໝ່ ເວືອງເທື່ອຟອງ, ຕີລາຄາສູງການພົວພັນອັນດີງາມລະຫວ່າງ ລາຊະອານາຈັກ ແບນຊິກ ແລະ ຫວຽດນາມ ໃນຫຼາຍຂົງເຂດ. ເຈົ້າຊີວິດ ຫວັງວ່າໃນອາຍຸການປະຕິບັດງານຂອງຕົນ, ທ່ານ ເອກອັກຄະລັດຖະທູດຄົນໃໝ່ ເວືອງເທື່ອຟອງ ຈະສືບຕໍ່ປະກອບສ່ວນປັບປຸງ ແລະ ພັດທະນາການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ແບນຊິກ. ສ່ວນທ່ານເອກອັກຄະລັດຖະທູດຄົນໃໝ່ ເວືອງເທື່ອຟອງ ຂອບອົກຂອບໃຈ ການຕ້ອນຮັບຂອງເຈົ້າຊີວິດ Philippe ພ້ອມທັງຢັ້ງຢືນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໃຫ້ການພົວພັນຮ່ວມມື 2 ຝ່າຍ ຫວຽດນາມ - ແບນຊິກ ນັບມື້ນັບພັດທະນາອັນດີງາມກ່ວາອີກ.