ເຊີດຊູຜະລິດຕະພັນ, ການບໍລິການຫວຽດນາມ ທີ່ໄດ້ຮັບການນິຍົມຊົມໃຊ້ ປີ 2011

ເຊີດຊູຜະລິດຕະພັນ, ການບໍລິການຫວຽດນາມ ທີ່ໄດ້ຮັບການນິຍົມຊົມໃຊ້ ປີ 2011 - ảnh 1
(ພາບ: internet)

ໃນ​ຂອບ​ເຂດ​ລາຍການ “ສັບປະດາ​ວັດທະນະທຳ​ການ​ຊົມ​ໃຊ້​ສິນຄ້າຫວຽດນາມ“, ຕອນ​ເຊົ້າ​ວັນ​ທີ 25/12, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ ສົມທົບ​ກັບ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ, ໜັງສືພິມ​ເອ​ເລັກ​ໂຕນິກພັກ​ກອມ​ມູນິດ​ຫວຽ​ດນາມ​ໄດ້​ຈັດ​ຕັ້ງ​ພິທີ​ເຊີດ​ຊູ “ຜະລິດ​ຕະພັນ, ການ​ບໍລິການ​ຫວຽດນາມ​ທີ່​ໄດ້​ຮັບ​ການ​ນິຍົມ​ຊົມ​ໃຊ້ປີ 2011“. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຜະລິດ​ຕະພັນ, ການ​ບໍລິການ​ທີ່​ມີ​ຄຸ​ນນະພາ​ບດີ, ລາຄາ​ເໝາະ​ສົມ, ​ໄດ້​ຮັບຄວາມນິຍົມ​ຊົມ​​ໃຊ້​ຈາກ​ຜູ້​ບໍລິ​ໂພ​ກ, ອຸປະ​ໂພ​ກ. ທ່ານ​ນາງ ​ເລ​ທິນາມ​ເຟືອງ, ປະທານ​ສະພາຄຸ້ມ​ຄອງ​ໂຮງຮຽນສາມັນ​ຄຸນ​ນະພາ​ບສູງ Sky – line ​ໃຫ້​ຮູ້​ວ່າ:

“ອາດ​ເວົ້າ​ໄດ້​ວ່າ: ການ​ເຊີດ​ຊູ​ບັນ​ດາ​ນັກ​​ທຸລະ​ກິດ​ຫວຽດນາມ, ບັນດາ​ຜະລິດ​ຕະພັນ, ​ເຄື່ອງໝາຍ​ການ​ຄ້າ, ການ​ບໍລິການ​ແມ່ນ​ການ​ຮັບ​ຮູ້ຈາກ​ວົງ​ຄະນະ​ຍາດ​, ບັນດາ​ຂະ​ແໜງ​ການຂັ້ນ​ຕ່າງໆ​ທີ່​ມີ​ຕໍ​່ຄວາມ​ມະ​ນາ​ພະຍາຍາມ​ຂອງ​ປະ​ຊາ​ຄົ​ມນັກທຸລະ​ກິດ, ວິ​ສາ​ຫະກິດ​ກໍ​່ຄື​ຜູ້​ອອກ​ແຮງ​ງານ​ໃນ​ໄລຍະ​ທີ່​ຜ່ານ​ມາ. ຂ້າພະ​ເຈົ້າ​ຄິດ​ວ່າ: ນີ້​ແມ່ນ​ການສະ​ແດງ​​ຄວາມ​ຮັກ​ຕໍ່​ປະ​ເທດ​ຫວຽດນາມ​ຂອງ​ພວກ​ເຮົາ​ເພື່ອ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍູ້​ງຍາກ ກໍ່​ຄື​ປະກອບສ່ວນ​ໃຫ້​ແກ່​ຫວຽດນາມ​ພັດທະນາ​ແບບ​ຍືນ​ຍົງ​”

ຂ່າວ/ບົດ​ອື່ນ