ເຊີດຊູ 63 “ຊ່າງໜຸ່ມດີເດັ່ນ” ທົ່ວປະເທດປີ 2020
(VOVWORLD) -ປີນີ້, ມີຊ່າງໜຸ່ມດີເດັ່ນ 63 ຄົນໄດ້ຮັບການເຊີດຊູ, ເຊິ່ງແມ່ນບັນດາຊາວໜຸ່ມກຳມະກອນພວມອອກແຮງງານໂດຍກົງ, ຜະລິດ, ບັນດານັກວິສະວະກອນ, ນັກເຕັກນິກທຳການຜະລິດໂດຍກົງ…
ປີນີ້, ມີຊ່າງໜຸ່ມດີເດັ່ນ 63 ຄົນໄດ້ຮັບການເຊີດຊູ
(ພາບ: baotintuc.vn)
|
ຕອນຄ່ຳວັນທີ 05 ກໍລະກົດ, ຢູ່ແຂວງ ດົ່ງນາຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດງານມະໂຫລານ “ຊ່າງໜຸ່ມເກັ່ງ” ທົ່ວປະເທດຄັ້ງທີ 11 ປີ 2020. ປີນີ້, ມີຊ່າງໜຸ່ມດີເດັ່ນ 63 ຄົນໄດ້ຮັບການເຊີດຊູ, ເຊິ່ງແມ່ນບັນດາຊາວໜຸ່ມກຳມະກອນພວມອອກແຮງງານໂດຍກົງ, ຜະລິດ, ບັນດານັກວິສະວະກອນ, ນັກເຕັກນິກທຳການຜະລິດໂດຍກົງ… ຢູ່ບັນດາວິສາຫະກິດ ແລະ ນັກຮຽນຢູ່ບັນດາຮາກຖານສຶກສາວິຊາຊີບໃນທົ່ວປະເທດ.
ນີ້ແມ່ນຄັ້ງທີ 11 ທີ່ຈັດງານແຂ່ງຂັນຊິງລາງວັນ “ຊ່າງໜຸ່ມດີເດັ່ນ” ໃນທົ່ວປະເທດ. ຜ່ານນັ້ນ, ກໍ່ໄດ້ປະກອບສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ຮີບດ່ວນຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ.