ເຊັນຂໍ້ຕົກລົງຮ່ວມມືໂຄສະນາກ່ຽວກັບເຂດທະເລໝູ່ເກາະຊາຍແດນ
ພິທີລົງນາມໃນຂໍ້ຕົກລົງຮ່ວມມືໂຄສະນາກ່ຽວກັບເຂດທະເລໝູ່ເກາະຊາຍແດນລະຫວ່າງສະມາຄົມນັກຂ່າວນະຄອນຮ່າໂນ້ຍ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນ (ພາບ : baomoi.com)
|
Vovworld- ຕອນບ່າຍວັນທີ 11/7, ສະມາຄົມນັກຂ່າວນະຄອນຮ່າໂນ້ຍ ແລະ ກົມວຽກງານການເມືອງ ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຈັດພິທີລົງນາມໃນຂໍ້ຕົກລົງຮ່ວມມືໂຄສະນາກ່ຽວກັບເຂດທະເລໝູ່ເກາະຊາຍແດນ, ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ. ທ່ານພັນເອກ ຫງວຽນຕ້ຽນທັ້ງ ຜູ້ຮັບຜິດຊອບວຽກງານການເມືອງທະຫານປ້ອງກັນຊາຍແດນ ຢືນຢັນວ່າ ນີ້ແມ່ນໜ້າທີ່ຍຸດທະສາດຕອບສະໜອງທ່າອຽງເຊື່ອມໂຍງ ແລະ ພັດທະນາ, ພິເສດແມ່ນ ບັນຫາປົກປັກຮັກສາອະທິປະໄຕ ຄວາມສະຫງົບແຫ່ງຊາດໃນໄລຍະປ່ຽນແປງໃໝ່ຂອງປະເທດຊາດ. ຜູ້ຕາງໜ້າສະມາຄົມນັກຂ່າວນະຄອນຮ່າໂນ້ຍໃຫ້ຮູ້ວ່າ ທາງສະມາຄົມຈະກຳນົດທິດໃຫ້ແກ່ບັນດາໜັງສືພິມ ກໍຄືວິທະຍຸໂທລະພາບ ຮ່າໂນ້ຍ ເພື່ອເລັ່ງໃສ່ສ່ອງແສງວຽກງານທຸກດ້ານຂອງ ທະຫານປ້ອງກັນຊາຍແດນໃນການຮັບປະກັນວຽກງານຄຸ້ມຄອງ, ປັກຮັກສາອະທິປະໄຕ ຄວາມສະຫງົບແຫ່ງຊາດຢູ່ເຂດຊາຍແດນ; ເປັນເຈົ້າການ ແລະ ເປັນເສນາທິການຢ່າງມີໄຫວພິບ, ນຳສະເໜີ ແລະ ຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍ, ມາດຕະການປ່ຽນແປງໃໝ່ວຽກງານຊາຍແດນ, ສ້າງທ່າຮົບ ແລະ ບັນດາວິທີການສູ້ຮົບ, ຕໍ່ສູ້ກັບບັນດາການເຄື່ອນໄຫວມ້າງເພທຳລາຍຂອງບັນດາອິດທິກຳລັງເປັນປໍລະປັກ ແລະ ບັນດາອາດຊະຍາກຳຄ້າເຖື່ອນ, ສໍ້ກົງການຄ້າ.