ເຊື່ອມຕໍ່ວິສາຫະກິດຫວຽດນາມຢູ່ສະວິດແລະລັດເຊຍ
ທ່ານ ຫງວຽນຈູງແທ່ງ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ
ພາບ:TTXVN
|
(vovworld)-
ແຕ່ວັນທີ 12 -17/1, ຄະນະຜູ້ແທນທີ່ຕາງຫນ້າໃຫ້ບັນດາວິສາຫະກິດ ຫວຽດນາມ ຢູ່ ສະວິດ ໂດຍທ່ານ ຫງວຽນຈູງແທ່ງ, ເອກອັກຄະລັດຖະທູດ, ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ຢູ່ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການອື່ນຢູ່ ເຊີແນວ ປະເທດສະວິດ ໄດ້ໄປຢ້ຽມຢາມລັດເຊຍ ແລະ ພົບປະກັບຜູ້ຕາງຫນ້າສະມາຄົມວິສາຫະກິດຫວຽດນາມ ຢູ່ ລັດເຊຍ ເພື່ອຄົ້ນຄ້ວາຕະຫລາດ, ຊອກຫາຄູ່ຮ່ວມມືດຳເນີນທຸລະກິດຢູ່ທີ່ນີ້. ທີ່ການເຮັດວຽກຢູ່ ສູນ Incentra ນະຄອນຫລວງ ມົດສະກູ, ທ່ານ ຫງວຽນຈູງແທ່ງ ປາດຖະຫນາວ່າ ບັນດາວິສາຫະກິດ ຫວຽດນາມ ຢູ່ ສະວິດ ແລະ ລັດເຊຍ ຈະເຊື່ອມຕໍ່ສຳເລັດຜົນ, ເປີດທິດທາງດຳເນີນທຸລະກິດໃຫມ່ ໂດຍບໍ່ຫົວຊາຕໍ່ສະພາບເສດຖະກິດທີ່ພວມຊຸດໂຊມຄືໃນປະຈຸບັນ.