(VOVWORLD) - ຕອນຄ່ຳວັນທີ 03 ມິຖຸນາ, ທີ່ຮ່າໂນ້ຍ, ສູນກາງສະມາຄົມຜູ້ອາຍຸສູງ ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນມູນເຊື້ອຜູ້ອາຍຸສູງ ຫວຽດນາມ (06/06) ດ້ວຍຫົວຂໍ້ວ່າ “ຮ່ວມແຮງຮ່ວມໃຈເບິ່ງແຍງດູແລຜູ້ອາຍຸສູງທີ່ປະສົບກັບຄວາມຫຍຸ້ງຍາກ”.
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ |
ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ຢືນຢັນວ່າ:
“ຂ້າພະເຈົ້າສະເໜີຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາອົງການຈັດຕັ້ງມະຫາຊົນ, ຈົ່ງຍົກສູງນ້ຳໃຈຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າ, ພ້ອມກັບພັກ, ລັດ ຍູ້ແຮງພາລະກິດເບິ່ງແຍງດູແລ, ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ, ສ້າງເງື່ອນໄຂເພື່ອໃຫ້ຜູ້ມີອາຍຸສູງ ຫວຽດນາມ ປະຕິບັດໜ້າທີ່, ເຕົ້າໂຮມ, ສາມັກຄີ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງຜູ້ອາຍຸສູງ. ຂົນຂວາຍທົ່ວປະເທດຮ່ວມແຮງຮ່ວມໃຈລ້ຽງດູ, ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ, ເພື່ອໃຫ້ຜູ້ອາຍຸສູງ ຫວຽດນາມ ໄດ້ດຳລົງຊີວິດດ້ວຍຄວາມເບີກບານມ່ວນຊື່ນ, ມີສຸຂະພາບແຂງແຮງ ແລະ ຜາສຸກ ”