ເປີດນຳໃຊ້ ລະບົບຂໍ້ມູນຖະແຫຼງຂ່າວລາຍງານຕໍ່ລັດຖະບານ ໃນວັນທີ 15 ສິງຫາ
(VOVWORLD) -ວັນທີ 8 ກໍລະກົດ, ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ໄດ້ເປັນເຈົ້າພາບຈັດຕັ້ງວຽກງານຜັນຂະຫຍາຍການສ້າງລະບົບຖະແຫຼງຂ່າວລາຍງານຕໍ່ລັດຖະບານເພື່ອຮັບໃຊ້ໃຫ້ແກ່ການຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.
ທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານເປັນປະທານກອງປະຊຸມ (ພາບ: VGP) |
ລະບົບຖະແຫຼງຂ່າວສານລາຍງານຕໍ່ລັດຖະບານແມ່ນລະບົບເກັບກຳ, ລວບລວມຂໍ້ມູນຂ່າວສານກ່ຽວກັບລາຍງານຂອງບັນດາອົງການບໍລິຫານລັດ, ເພື່ອແນໃສ່ລວບລວມ, ໄຈ້ແຍກຂໍ້ມູນ, ຮັບໃຊ້ໃຫ້ແກ່ວຽກງານຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ, ແມ່ນຊ່ອງທາງຊຸກຍູ້ການພົວພັນພາຍໃນຂອງບັນດາອົງການບໍລິຫານລັດ.
ຄາດຄະເນວ່າ, ໃນວັນທີ 15 ສິງຫາ 2020, ລະບົບຖະແຫຼງຂ່າວລາຍງານຕໍ່ລັດຖະບານ ແລະ ສູູນຂໍ້ມູນຂ່າວສານ, ຊີ້ນຳບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີຈະໄດ້ເປີດເຄື່ອນໄຫວຢ່າງເປັນທາງການ.