(vovworld) - ເນື່ອງໃອກາດສະເຫຼີມສະຫຼອງ 38 ປີແຫ່ງວັນປົດປ່ອຍດ່ານັ້ງ, ຕອນເຊົ້າວັນທີ 29/03, ນະຄອນດ່ານັ້ງ ໄດ້ຈັດຕັ້ງພິທີເປີດສະໜອງ ແລະ ນຳເຂົ້າໃຊ້ການກິດຈະກຳຂົວໃໝ່ຂ້າມແມ່ນ້ຳຮ່ານ ຊິ່ງແມ່ນຂົວ ໂຣ່ງ ແລະ ຂົວ ເຈີນທິຫຼີ໋. ເຂົ້າຮ່ວມແລະກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງເລື່ອງດ່ານັ້ງ ໄດ້ກໍ່ສ້າງບັນດາຂົວຂ້າມແມ່ນ້ຳຮ່ານ ເຊິ່ງໄດ້ຊຸກຍູ້ບັນດາເມືອງ ເຊີນຈ່າ, ຫງຸແຮ່ງເຊີນ ພັດທະນາຢ່າງແຮງ ແລະ ກາຍເປັນສະຖານທີ່ດຶງດູດບັນດານັກລົງທຶນ. ບັນດາກິດຈະກຳຂົວໃໝ່ຂ້າມແມ່ນ້ຳຮ່ານ ລ້ວນແຕ່ນອນໃນເສັ້ນທາງຄົມມະນາຄົມສຳຄັນຂອງນະຄອນ, ຢັ້ງຢືນທີ່ຕັ້ງຂອງນະຄອນດ່ານັ້ງ ແມ່ນສູນກາງເສດຖະກິດ - ການເມືອງ - ວັດທະນະທຳ - ສັງຄົມຂອງບັນດາແຂວງທາງພາກກາງ ແລະ ເຂດໄຕຫງວຽນ.