ເປີດຫ້ອງການເສດຖະກິດ-ການຄ້າບຸນກາຣີ ຢູ່ນະຄອນໂຮ່ຈີມິນ
ທ່ານປະທານາທິບໍດີ Rosen Plevnelive ກ່າວຄຳເຫັນທີ່ເວທີປາໄສ
(ພາບ: baomoi.com)
(vovworld) – ກ່າວຄຳເຫັນທີ່ພິທີເປີດຫ້ອງການເສດຖະກິດ-ການຄ້າບຸນກາຣີຢູ່ນະຄອນໂຮ່ຈີມິນ ໃນຕອນເຊົ້າວັນທີ 31/10, ທ່ານປະທານາທິບໍດີ Rosen Plevnelive ເນັ້ນໜັກເລື່ອງເປີດຫ້ອງການເສດຖະກິດ - ການຄ້ານ ບຸນກາຣີ ຢູ່ເມືອງ 1, ນະຄອນ ໂຮ່ຈີມິນ, ແມ່ນຂໍ້ລິເລີ່ມທີ່ຖືກຕ້ອງ ແລະ ທັນການ, ຜ່ານນັ້ນປະຕິບັດບັນດາເອກະສານສຳຄັນທີ່ຫາກໍ່ໄດ້ຮັບການລົງນາມລະຫວ່າງ 2 ປະເທດ, ຊຸກຍູ້ສາຍພົວພັນຕາມທິດຄູ່ຮ່ວມມືຍຸດທະສາດ, ຮູບແບບການຮ່ວມມືເສດຖະກິດໃໝ່. ບຸນກາຣີ ຮັບຮູ້ການຮ່ວມມືກັບ ຫວຽດນາມ ແມ່ນສຳຄັນທີ່ສຸດ ແລະ ແມ່ນພື້ນຖານຍຸດທະສາດເພື່ອເປີດກ້ວາງຕະຫຼາດອອກສູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ. ເລື່ອງເປີດຫ້ອງການເສດຖະກິດ - ການຄ້າ ໄດ້ຊ່ວຍຕອບສະໜອງຄວາມຕ້ອງການຂອງບັນດາວິສາຫະກິດ ບຸນກາຣີ ພວມຢາກລົງທຶນເຂົ້າ ຫວຽດນາມ.
ທ່ານນາງ ຫງວຽນທິຮົ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ຢືນຢັນນະຄອນ ໂຮ່ຈີມິນ ພ້ອມກັບຫ້ອງການເສດຖະກິດ - ການຄ້າ ບຸນກາຣີ ປະຕິບັດບົດບາດເປັນຂົວເຊື່ອມຕໍ່ເພື່ອໃຫ້ວິສາຫະກິດ ບຸນກາຣີ ສຳພັດກັບບັນດາຄວາມສາມາດບົ່ມຊ້ອນເສດຖະກິດຂອງ ຫວຽດນາມ ແລະ ນະຄອນ.
ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ບຸນກາຣີ Rosen Plevnelive ໄດ້ໄປຢ້ຽມຢາມເຂດທາງ ອຸມົງ ກູ໋ຈີ ແລະ ວິຫານ ແບ໋ນເຢືອກ. ຕອນບ່າຍວັນທີ 31/10, ຄະນະອອກຈາກນະຄອນ ໂຮ່ຈີມິນ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.