ເປີດໄລຍະໃໝ່ໃນສາຍພົວພັນລະຫວ່າງຫວຽດນາມ-ສິງກະໂປ
ທ່ານ Nguyen Phu Trong ແລະ ທ່ານຫຼີຊຽນຫຼົງ
(ພາບ:nguyenbathanh.com)
(vovworld)- ການຢ້ຽມຢາມສິງກະໂປ ຢ່າງເປັນທາງການຂອງທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ສີ້ນສຸດລົງຢ່າງຈົບງາມ. ບັນດາໝາກຜົນໃນການຢ້ຽມຢາມຄັ້ງນີ້ໄດ້ເຮັດໃຫ້ສາຍພົວພັນສອງຝ່າຍເລິກເລິ່ງຂຶ້ນຕື່ມ, ເປີດໄລຍະໃໝ່ໃນສາຍພົວພັນລະຫວ່າງຫວຽດນາມ-ສິງກະໂປ. ການຢ້ຽມຢາມສິງປະໂປ ຂອງທ່ານເລຂາທິການໃຫ່ຍ Nguyen Phu Trong ໄດ້ດຳເນີນໄປໃນສະພາບການສາຍພົວພັນລະຫວ່າງສອງປະເທດພວມດຳເນີນໄປດ້ວຍດີໃນຫຼາຍຂົງເຂດ. ຢູ່ສິງກະໂປ, ບັນດາການເຈລະຈາ, ພົບປະລະຫວ່າງທ່ານເລຂາທິການໃຫ່ຍ Nguyen Phu Trong ແລະ ທ່ານນາຍົກລັດຖະມົນຕີຫຼີຊຽນຫຼົງ, ປະທານາທິບໍດີ Tony Tan Keng Giam, ປະທານພັກເຄື່ອນໄຫວປະຊາຊົນ Khaw Boon Wan ລ້ວນແຕ່ມີຄວາມເປີດອົກເປີດໃຈ, ຈິງໃຈ ເພື່ອກ້າວໄປເຖິງບັນດາຄວາມຮັບຮູ້ລວມ. ທ່ານເລຂາທິການໃຫ່ຍ Nguyen Phu Trong ຢືນຢັນວ່າ:
“ພວກຂ້າພະເຈົ້າຖືການພົວພັນກັບສິງປະໂປ ເປັນສຳຄັນ, ມີຄວາມານະພະຍາຍາມຊຸກຍູ້ການຮ່ວມມືກັບສິງກະໂປ ແລະ ຖືວ່າ, ການຮ່ວມມືຢ່າງເລິກເຊິ່ງ, ຈິງໃຈ ແລະ ໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ ແລະ ສິງກະໂປ ແມ່ນປັດໄຈສຳຄັນໃນການພັດທະນາຂອງແຕ່ລະປະເທດ ພ້ອມທັງປະກອບສ່ວນທີ່ມີຄວາມໝາຍເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້“
(ພາບ:truongtansang.net)
ກ່ຽວກັບໝາກຜົນການຢ້ຽມຢາມສິງກະໂປ ຢ່າງເປັນທາງການຄັ້ງນີ້ຂອງທ່ານເລ ຂາທິການໃຫ່ຍ Nguyen Phu Trong, ທ່ານ Hoang Binh Quan ກຳມະການສູນກາງພັກ, ຫົວໜ້າຄະນະການພົວພັນຕ່າງປະເທດສູນກາງໃຫ້ຮູ້ວ່າ:
“ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງຈົບງາມ. ນີ້ແມ່ນຂີດໝາຍແຫ່ງໄລຍະໃໝ່ໃນການພົວພັນລະຫວ່າງສອງປະເທດ, ກຳນົດທິດທາງໃໝ່ໃນການຮ່ວມມືໃນທຸກຂົງເຂດ. ທີ່ບັນດາການພົບປະເຈລະຈາ, ສອງຝ່າຍໄດ້ແລກປ່ຽນບັນດາບັນຫາພາກພື້ນ, ເຫັນດີເປັນເອກະສັນຈະພ້ອມກັບບັນດາປະເທດອາຊຽນ ສູ້ຊົນເພື່ອອາຊຽນ ແຫ່ງສາມັກຄີ, ສະໜິດຕິດພັນ, ໝັ້ນຄົງເຂັ້ມແຂງ. ສອງຝ່າຍຍັງສະຫງວນເວລາເພື່ອແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ປາດຖະໜາຢາກໃຫ້ຝ່າຍຕ່າງໆ ຈະແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ, ບົນພື້ນຖານເຄົາລົບນັບຖືກົດໝາຍສາກົນ“ .