ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ມີການພົບປະ ແລະ ໂອ້ລົມສົນທະນາກັບບັນດາວິສາຫະກິດ ຫວຽດນາມ
|
(vovworld) – ຕອນຄ່ຳວັນທີ 21/10, ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ມີການພົບປະ ແລະ ໂອ້ລົມສົນທະນາກັບບັນດາວິສາຫະກິດ ຫວຽດນາມ ພວມລົງທຶນ ແລະ ດຳເນີນທຸລະກິດຢູ່ລາວ ເພື່ອແນໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດເພື່ອຊຸກຍູ້ການຮ່ວມມືຂອງວິສາຫະກິດ ຫວຽດນາມ ທີ່ພວມລົງທຶນຢູ່ລາວ. ນີ້ເປັນການພົບປະຄັ້ງທຳອິດ ລະຫວ່າງນາຍົກລັດຖະມົນຕີ ລາວ ກັບປະຊາຄົມວິສາຫະກິດ ຫວຽດນາມ ທີ່ພວມລົງທຶນດຳເນີນທຸລະກິດ ຢູ່ ລາວ. ທ່ານນາຍົກລັດຖະມົນຕີ ລາວ ໃຫ້ຮູ້ວ່າ: ປະຈຸບັນ, ຫວຽດນາມ ແມ່ນນັກລົງທຶນຢືນອັນດັບທີ 3 ຢູ່ລາວ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນໃນການພົວພັນລະຫວ່າງ 2 ປະເທດໃນທຸກຂົງເຂດ, ທ່ານ ຢັ້ງຢືນວ່າລັດຖະບານ ລາວ ຍາມໃດກໍ່ໃຫ້ບຸລິມະສິດ ແລະ ສ້າງເງື່ອນໄຂສູງສຸດໃຫ້ແກ່ບັນດານັກລົງທຶນ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ລາວ ຢັ້ງຢືນວ່າ: ລັດຖະບານລາວ ສືບຕໍ່ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ບັນດານັກລົງທຶນຕ່າງປະເທດເວົ້າລວມ, ກໍ່ຄືບັນດານັກລົງທຶນ ຫວຽດນາມ ຢູ່ ລາວເວົ້າສະເພາະໃນການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສະເໜີ ບັນດາວິສາຫະກິດ ຫວຽດນາມ ມາລົງທຶນຢູ່ລາວ ຄວນມີລັກສະນະຍຸດທະສາດຍາວນານເພື່ອເລືອກເອົາຂົງເຂດລົງທຶນລະອຽດ, ຕາມທ່າແຮງຂອງຕົນເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ລາວ ແລະ ໃຫ້ແກ່ 2 ປະເທດ. ທ່ານນາຍົກລັດຖະມົນຕີ ລາວ ຢັ້ງຢືນວ່າ, ລັດຖະບານລາວ ສົ່ງເສີມບັນດານັກລົງທຶນ ທີ່ມາຈາກທຸກໆປະເທດ ມີການແກ່ງແຍ້ງຢ່າງຍຸຕິທຳ, ພ້ອມທັງຕ້ອງປະຕິບັດກົດໝາຍຂອງລາວຢ່າງເຂັ້ມງວດ.