ເພີ່ມກໍາລັງແຮງໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ລັດເຊຍ

(VOVWORLD) -ເນື່ອງໃນໂອກາດການຢ້ຽມຢາມລັດເຊຍ ຢ່າງເປັນທາງການຂອງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໃນລະຫວ່າງວັນທີ 5 – 8 ກັນຍາ

ເພີ່ມກໍາລັງແຮງໃໝ່ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ  ລັດເຊຍ - ảnh 1 ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ

ເມື່ອຕອບສໍາພາດຕໍ່ສື່ມວນຊົນ, ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ຢັ້ງຢືນວ່າ: ການຢ້ຽມຢາມລັດເຊຍ ໃນຄັ້ງນີ້ ຂອງທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສືບຕໍ່ຢັ້ງຢືນນະໂຍບາຍຕ່າງປະເທດສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍຖືເປັນສໍາຄັນ ແລະ ປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນຍຸດທະສາດຮອບດ້ານກັບລັດເຊຍ ກວ່າອີກ. ຫວຽດນາມ ຖືລັດເຊຍ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນ ແລະ ໜ້າໄວ້ເນື້ອເຊື່ອໃຈ ແຖວໜ້າຂອງຫວຽດນາມ.

        ທ່ານເອກອັກຄະລັດຖະທູດ ໂງດຶກແມ້ງ ໃຫ້ຮູ້ວ່າ: ຫວຽດນາມ ແລະ ລັດເຊຍ ວາງຄາດໝາຍສູ້ຊົນບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້ 10 ຕື້ USD ໃນປີ 2020. ດັ່ງນັ້ນ,ສອງປະເທດ ຈະຍູ້ແຮງການປະຕິບັດບັນດາຂໍ້ຕົກລົງຮ່ວມມື ແລະ ຕັ້ງໜ້າຊອກຫາບັນດາຮູບແບບການຮ່ວມມືໃໝ່ ເຊິ່ງທັງສອງຝ່າຍມີທ່າແຮງ ແລະ ມີຄວາມເປັນໄປໄດ້ສູງ.

        ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ໂງດຶກແມ້ງ ຖືວ່າ: ການຢ້ຽມຢາມຄັ້ງນີ້ ຈະສ້າງກໍາລັງແຮງ, ຊຸກຍູ້ໃໝ່ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ລັດເຊຍ ເລິກເຊິ່ງຂຶ້ນຕື່ມ, ຄວາມເຊື່ອໝັ້ນດ້ານການເມືອງສືບຕໍ່ໄດ້ຮັບການປັບປຸງ, ການພົວພັນສອງຝ່າຍຈະພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະ ແທດຈິງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ