ເພີ່ມທະວີການປະສານສົມທົບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ

ເພີ່ມທະວີການປະສານສົມທົບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ - ảnh 1
ພາບປະກອບ:tuyengiao.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 14/3 ຢູ່ ຮ່າ​ໂນ້ຍ, ກົມ​ກຳລັງ​ພົນ​ລະ​ພັກ, ສັງກັດ​ກອງ​ບັນຊາ​ການ​ໃຫຍ່​ກອງ​ທັບ​ປະຊາຊົນ​ຫວຽດນາມ ສົມທົບ​ກັບ​ຫນັງສືພິມ “ກວນ​ໂດ້ຍ​ເຍີນ​ເຢີ​ນ” ສຽງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​​ກັບ​ອົງການ​ສື່​ມວນ​ຊົນ, ສື່ສານ ກ່ຽວ​ກັບ​ການ​ກຳນົດ​ທິດ​ໂຄສະນາ, ວຽກ​ງານ​ການ​ສຶກສາ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ທາງ​ພາຫະນະ​ສື່​ມວນ​ຊົນ​ໃນ​ປີ 2014 ​ແລະ ຊຸມ​ປີ​ຕໍ່​ໄປ. ທີ່​ການ​ພົ​ບປະ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​​ໂຄສະນາ​ໃນ​ໄລຍະ​ຈະ​ມາ​ເຖິງ. ພົນ​ຈັດຕະວາ ຫງວຽນ​ຢີງວຽນ, ຫົວຫນ້າ​ກົມ ກຳລັງ​ພົນ​ລະ​ພັກ ປາດ​ຖະຫນາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ໂຄສະນາ​ສືບ​ຕໍ່​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ ​ແລະ ບັນລຸ​ປະສິດທິ​ຜົນ​ສູງ.

 

 

 

ຂ່າວ/ບົດ​ອື່ນ