ເພີ່ມທະວີການພົວພັນຕ່າງປະເທດສະພາແຫ່ງຊາດແລະການທູດປະຊາຊົນຫວຽດນາມແລະຮຸງກາຣີ

(VOVWORLD) - ໂດຍສືບຕໍ່ລາຍການຢ້ຽມຢາມ ແລະ ເຮັດວຽກຢູ່ ຮຸງກາຣີ, ວັນທີ 7 ກັນຍາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ນຳໜ້າ ໄດ້ມີການພົບປະເຈລະຈາກັບທ່ານ Kover Laszlo, ປະທານສະພາແຫ່ງຊາດ, ຫົວໜ້າຄະນະການນຳທົ່ວປະເທດພັກພັນທະມິດພົນລະເຮືອນ ຮຸງກາຣີ (FIDESZ).

ນະທີ່ນີ້, ທ່ານນາງ ເຈືອງທິມາຍ ຊີ້ແຈ້ງວ່າ: ສະພາແຫ່ງຊາດສອງປະເທດໄດ້ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ກໍ່ຄືຮ່ວມມືຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍ. ບັນດາການເຄື່ອນໄຫວພົບປະແລກປ່ຽນບົດຮຽນຂອງບັນດາອົງການວິຊາສະເພາະຂອງສອງສະພາແຫ່ງຊາດ ຈະປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ຮຸງກາຣີ.

        ຈາກນັ້ນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໃຫ້ການຕ້ອນຮັບທ່ານ Thurmer Gyua ປະທານພັກກຳມະກອນ ຮຸງກາຣີ  ແລະ ຄະນະການນຳສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ໂດຍທ່ານ Botka Laslo ນຳໜ້າ.

        ໃນວັນດຽວກັນ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ມີການເຮັດວຽກກັບການນຳອຳນາດການປົກຄອງນະຄອນ Zalaegerszeg ທີ່ຂຶ້ນກັບແຂວງ Zala.

ຕອບກັບ

ຂ່າວ/ບົດ​ອື່ນ