ເພີ່ມທະວີການພົວພັນລະຫວ່າງພາສີ ຫວຽດນາມ ແລະ ພາສີ ຍີ່ປຸນ

ເພີ່ມທະວີການພົວພັນລະຫວ່າງພາສີ ຫວຽດນາມ ແລະ ພາສີ ຍີ່ປຸນ - ảnh 1
( ພາບ : baohaiquan.vn )
( vovworld ) -   ວັນ​ທີ 14/2 ຢູ່ ຮ່າ​ໂນ້ຍ, ທ່ານ​ ເວື​ອງດິ໋ງ​​ເຫ້ວ ລັດຖະມົນຕີ​ກະຊວງ​ການ​​ເງິນ ຫວຽດນາມ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ Atsuo Shibota ຫົວໜ້າ​ກົມ​ໃຫຍ່​​ພາສີ​ ຍີ່​ປຸນ ກ່ຽວ​ກັບ​ການ​ພົວພັນຮ່ວມ​ມືລະຫວ່າງ​ສອງ​ຂະ​ແໜງ​ພາສີ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ລັດ​ຖະບານ​ ຍີ່​ປຸນ ​ແລະ ລັດຖະບານ ຫວຽ​ດນາມ ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຜັນ​ຂະຫຍາຍ​ໂຄງການ​ສ້າງ​, ຜັນ​ຂະຫຍາຍ​ພາສີ​ເອ​ເລັກ​ໂຕ​ນິກ ​ແລະ ປະຕິບັດ​ກົນ​ໄກ​ພາ​ສີ​ປະຕູ​ດຽວ​ແຫ​ງ່ຊາດ, ຮັບ​ໃຊ້​​ໃຫ້​ແກ່ການຫັນ​ເປັນພາສີ​​ທີ່ທັນ​ສະ​​ໄໝ​ຢູ່ ຫວຽດນາມ ຈາກ​ແຫຼ່ງທຶນ​ຊ່ວຍ​ເຫຼືອລ້າ​ຂອງ​ລັດຖະບານ ຍີ່​ປຸນ. ​ໂຄງການ​ນີ້​ຈະ​ຊ່ວຍ​​​ເຫຼື​ອ ຫວຽດນາມ ສ້າງ​ລະບົບພາສີ​ເອ​ເລັກ​ໂຕ​ນິກ, ພ້ອມ​ກັນ​ນັ້ນກໍ່ຜັນຂະຫຍາຍລະບົບ​ພາສີ​ປະຕູ​ດຽວ​​ທີ່ເຊື່ອມ​ຕໍ່ ຫວຽດນາມ ກັບ​ບັນດາ​ປະ​ເທດ​ໃນ​ກຸ່ມ ອາ​ຊຽນ ​ແລະ ຍີ່​ປຸນ.
ຂ່າວ/ບົດ​ອື່ນ