ເພີ່ມທະວີການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ກ່ວາອີກ

(VOVWORLD) - ຕອນບ່າຍວັນທີ 14 ກັນຍາ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໄດ້ໃຫ້ການຕ້ອນຮັບທ່ານ Seko Hiroshige ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ.
ເພີ່ມທະວີການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ກ່ວາອີກ - ảnh 1 ທ່ານ ຟ້າມມິງຈິ໋ງ ໄດ້ໃຫ້ການຕ້ອນຮັບທ່ານ Seko Hiroshige

ນະທີ່ນີ້, ທ່ານ ຟ້າມມິງຈິ໋ງ ຕີລາຄາສູງໝາກຜົນ, ສະພາບການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ 2 ປະເທດ; ສະເໜີກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ສືບຕໍ່ເພີ່ມທະວີການປະຕິບັດບັນດາຂໍ້ຕົກລົງຮ່ວມມືເຊິ່ງໄດ້ຮັບການລົງນາມຢ່າງມີປະສິດທິຜົນ; ຍູ້ແຮງການຮ່ວມມືດ້ານການຄ້າ, ອຸດສາຫະກຳ, ພະລັງງານລະຫວ່າງ 2 ປະເທດກ່ວາອີກ. ທ່ານຟ້າມມິງຈິ໋ງ ສະເໜີ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການເຂົ້າຮ່ວມວິວັດທະນາການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ໂລກ, ພິເສດແມ່ນ ເອົາໃຈໃສ່ເຖິງບັນດາບັນຫາເຕັກນິກຢ່າງຮອບດ້ານ, ຍົກສູງກຳລັງຄວາມສາມາດເຈລະຈາ, ປະຕິບັດບັນດາສັນຍາການຄ້າເສລີລຸ້ນໃໝ່.

        ສ່ວນທ່ານລັດຖະມົນຕີ Seko Hiroshige ຢືນຢັນວ່າ: ໃນໄລຍະຈະມາເຖິງ, ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ ສືບຕໍ່ຮ່ວມມືກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ ຫວຽດນາມ ເພື່ອປະກອບສ່ວນເພີ່ມທະວີການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ