ເພີ່ມທະວີການສົມທົບກັນເພື່ອແກ້ໄຂບັນດາບັນຫາທາງສື່ສັງຄົມ Facebook

(VOVWORLD) - ຕອນບ່າຍວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ - ສື່ສານ ເຈືອງມິງຕ໋ວນ ໄດ້ໃຫ້ການຕ້ອນຮັບທ່ານ Damian Yeo, ຜູ້ອຳນວຍການນະໂຍບາຍ ແລະ ກຸ່ມກົດໝາຍພາກພື້ນອາຊີ - ປາຊີຟິກ ຂອງ Facebook ພ້ອມກັບທ່ານນາງ Helena Lersch, ຜູ້ຄຸ້ມຄອງນະໂຍບາຍສາທາລະນະຂອງການບໍລິການແບ່ງປັນພາບຖ່າຍ Instagram ຂອງ Facebook ຢູ່ພາກພື້ນອາຊີ - ປາຊີຟິກ.

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ໄດ້ຮັບຮອງການຮ່ວມມືໃນເບື້ອງຕົ້ນຂອງ Facebook ໃນໄລຍະຜ່ານມາສຳລັບບັນດາບັນຫາເຊິ່ງລັດຖະບານຫວຽດນາມ ມີຄວາມວິຕົກກັງວົນ. ພິເສດ, 2 ຝ່າຍໄດ້ຮ່ວມມືປະຕິບັດບາງຂໍ້ສະເໜີຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ໃນການສະກັດກັ້ນ, ຍົກເລີກບັນດາຂໍ້ມູນທີ່ລະເມີດກົດໝາຍຫວຽດນາມ ສື່ສັງຄົມ Facebook.

ຕອບກັບ

ຂ່າວ/ບົດ​ອື່ນ